ປະທານສະພາ ຊີ້ນໍາໃຫ້ສື່ຂອງລັດ ຕ້ອງເອົາໃຈໃສ່ປັບປຸງດ້ານເນື້ອໃນໃຫ້ດີຂຶ້ນກວ່າເກົ່າ

0
2814

ສື່ມວນຊົນລາວທີ່ເປັນປາກກະບອກສຽງຂອງພັກ ແລະ ລັດຖະບານ ຕ້ອງສືບຕໍ່ປັບປຸງດ້ານເນື້ອໃນໃຫ້ດີຂຶ້ນກວ່າເກົ່າ ເພື່ອສາມາດແຂ່ງຂັນກັບສື່ອອນລາຍທີ່ໄດ້ຮັບນິຍົມສູງຈາກສັງຄົມ ເພື່ອເຮັດໃຫ້ການໂຄສະນາແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍຄື ການກະຈາຍຂໍ້ມູນຂ່າວສານຕ່າງຯ ໃຫ້ເຂົ້າເຖີງປະຊາຊົນລາວບັນດາເຜົ່າຢ່າງທົ່ວເຖີງກວ່າເກົ່າ.

ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ຈັດຂຶ້ນເມື່ອບໍ່ດົນມານີ້ ວ່າ: ປັດຈຸບັນ ການອ່ານ, ຟັງ ຫລື ຊົມຂ່າວຂອງຄົນໃນສັງຄົມຜ່ານສື່ຕ່າງຯ ທີ່ເປັນສື່ດັ້ງເດີມຂອງລາວຫລຸດລົງ, ກົງກັນຂ້າມການບໍລິໂພກຂ່າວຜ່ານສື່ສັງຄົມອອນລາຍໄດ້ຮັບຄວາມນິຍົມສູງ ຍ້ອນສາມາດເຜີຍແຜ່ຂໍ້ມູນຂ່າວສານໄດ້ໄວ.

ນີ້ຖືເປັນຄວາມທ້າທາຍສໍາຄັນທີ່ສື່ຂອງລັດຕ້ອງແກ້ໄຂໃຫ້ໄດ້ ເພື່ອແນໃສ່ເຮັດໃຫ້ຂໍ້ມູນຂ່າວສານຕ່າງຯ ສາມາດເຂົ້າເຖີງປະຊາຊົນຢູ່ຮາກຖານ ເພາະປັດ ຈຸບັນ ມີວິທະຍຸກະຈາຍສຽງເທົ່ານັ້ນທີ່ສາມາດເຂົ້າເຖີງປະ ຊາຊົນໄດ້ກວ້າງຂວາງກວ່າໝູ່, ໃນນີ້ ພາກພາສາຊົນເຜົ່າແມ່ນໄດ້ຮັບຄວາມນິຍົມຫລາຍ.

ຢ່າງໃດກໍຕາມ ລາຍການຕ່າງຯ ທີ່ອອກອາກາດຜ່ານທາງວິທະຍຸ ແລະ ໂທລະພາບ ຫລື ຜ່ານສື່ອື່ນຯ ຂອງລັດ ຕ້ອງໄດ້ປັບປຸງເນື້ອໃນໃຫ້ມີສາ ລະທີ່ດີຂຶ້ນກວ່າເກົ່າ ເພາະເນື້ອຫາສາລະຍັງບໍ່ທັນຮັບໃຊ້ປະຊາຊົນຢ່າງໜັກແໜ້ນ, ບາງລາຍການວິທະຍຸ ແລະ ໂທ ລະພາບອອກອາກາດ 30 ນາທີ ແຕ່ເປີດເພັງເປັນສ່ວນ ໃຫຍ່, ເນື້ອໃນຂອງເພັງບໍ່ທັນເຊີດຊູຈິດໃຈຊາດ ເທົ່າທີ່ຄວນ ແລະ ການເອົາວຽກດີຄົນເດັ່ນ-ວຽກຈິງຄົນແທ້ເຂົ້າໃນລາຍການຍັງມີໜ້ອຍ.

ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວຢໍ້າວ່າ: ບັນຫາທີ່ເກີດຂຶ້ນທັງໝົດນີ້ ຖືເປັນສິ່ງທ້າທາຍສໍາຄັນທີ່ຂະແໜງການທີ່ກ່ຽວ ຂ້ອງຂອງກະຊວງ ຖວທ ຕ້ອງຊອກຫາວິທີແກ້ໄຂໃຫ້ໄດ້ ເພື່ອເຮັດໃຫ້ການນໍາສະເໜີຂ່າວຂອງສື່ມວນຊົນລາວທີ່ເປັນຂອງລັດມີຄວາມຫລາກຫລາຍ, ວ່ອງໄວ, ສອດຄ່ອງ, ມີເນື້ອໃນທີ່ກວ້າງຂວາງເລິກເຊີ່ງຕາມແນວທາງນະໂຍບາຍຂອງພັກ ແລະ ຕອບສະ ໜອງໄດ້ກັບຄວາມຮຽກຮ້ອງຕ້ອງ ການຂອງປະຊາຊົນຢ່າງແທ້ຈິງ.

ໂດຍ: ມົດແດງນ້ອຍ
ພາບ: ອ່າຍຄໍາ ຄໍາລາສີ
Lao National Radio

LEAVE A REPLY

Please enter your comment!
Please enter your name here