ງານຄົບຮອບ 1 ປີ ຂອງຟູດແພນດາ ( foodpanda ) ຜູ້ນໍາການບໍລິການສົ່ງອາຫານ

0
5322

foodpanda ຫຼື ທີ່ຮູ້ຈັກກັນດີໃນນາມ ແພນດ້າບົວ ຜູ້ສ້າງພຶດຕິກຳການກິນແບບໃໝ່ໃຫ້ກັບຜູ້ບໍລິໂພກໃນລາວ ທັງເປັນຜູ້ພິກວົງການຈ້າງງານພະນັກງານອິດສະລະ ເບີກທາງການເຮັດວຽກຮູບແບບໃຫມ່ໃຫ້ນັກຂັບຂີ່ ບ້ານເຮົາ ແລະ ທີ່ສໍາຄັນເປັນຜູ້ພັດທະນາຊ່ອງທາງການຂາຍໃຫ້ຮ້ານອາຫານ ຈົນກາຍເປັນຜູ້ນຳທາງດ້ານການຈັດສົ່ງອາຫານອັນດັບໜຶ່ງໃນປະເທດລາວ. ຟູດແພນດ້າລາວ ເລີ່ມເຂົ້່າມາ ມີບົດບາດໃນລາວຕັ້ງແຕ່ປີ 2019 ແລະ ເປີດໃຫ້ບໍລິການຢ່າງເປັນທາງການໃນ ວັນທີ 4 ພະຈິກ 2019ເປັນຕົ້ນມາ ເຊິ່ງນັບວ່າເປັນຄວາມທ້າທາຍຢ່າງຍິ່ງ ທີ່ບໍລິສັດເດລິເວີຣີ່ລະດັບສາກົນ ຕັດສິນໃຈເຂົ້າມາລົງທຶນໃນລາວ 

ໃນການເຂົ້າມາຂອງ ຟູດແພນດ້າ ນອກຈາກມີຄວາມຕັ້ງໃຈເຂົ້າມາເປັນຜູ້ໃຫ້ບໍລິການດ້ານການຈັດສົ່ງອາຫານແລ້ວ ທາງຄະນະຜູ້ບໍລິຫານຍັງມີຄວາມມຸ້ງໝັ້ນຕັ້ງໃຈໃຫ້ ຟູດແພນດ້າລາວ ເປັນອົງກອນໜຶ່ງໃນການສ້າງບຸກຄະລາກອນທີ່ມີຄຸນນະພາບໃຫ້ກັບປະເທດລາວ ໂດຍການນຳໃຊ້ຫຼັກວິຊາການ, ມາຕະຖານຂອງການບໍລິການອັນດຽວກັບບໍລິສັດແມ່ ແລະ ຟູດແພນດ້າຕາມປະເທດຕ່າງ ທັງນີ້ກໍເພື່ອຄົງໄວ້ເຊິ່ງຄວາມເພິ່ງພໍໃຈຂອງຄູ່ຮ່ວມທຸລະກິດນັ້ນເອງ ເຊິ່ງຕັ້ງແຕ່ມື້ເລີ່ມໃຫ້ບໍລິການຈົນມາເຖິງປັດຈຸບັນ ຟູດແພນດ້າລາວ ໄດ້ສ້າງບຸກຄະລາກອນທີ່ມີຄຸນນະພາບແລ້ວ ກວ່າຮ້ອຍຄົນ ແລະ ມີ ໄຣ່ເດີ ເຊີ່ງເປັນພະນັງງານຂົນສົ່ງ ອິດສະຫຼະ ອີກ ຫຼາຍກວ່າພັນ ຄົນໃນທົ່ວປະເທດ.

ດ້ວຍເຫດນີ້ດ້ວຍໄລຍະພຽງ 1ປີ ຟູດແພນດ້າລາວ ຈື່ງສາມາດຂະຫຍາຍ ຮ້ານຄ້າເຂົ້າໃນລະບົບໄດ້ຢ່າງຫຼວງຫຼາຍ  ໃນຂອບເຂດທົ່ວປະເທດ, ອັນຖືວ່າເປັນການຂະຫຍາຍຕົວຢ່າງກ້າວກະໂດດຢ່າງຍິ່ງສຳລັບຕະຫຼາດໃໝ່ຄືປະເທດລາວ ແລະ ມີທ່າທີວ່າ ຟູດແພນດ້າ ຍັງມີອັດຕາການເຕີບໂຕໄດ້ຢ່າງຕໍ່ເນື່ອງອີກໃນປີ 2021 ເຊິ່ງເຫັນໄດ້ຈາກຍອດການສັ່ງອາຫານແບບອອນລາຍໃນແຕ່ລະເດືອນ ແລະ ຍອດຜູ້ຊົມໃຊ້ແອັບພຣິເຄຊັ້ນເພີ່ມຂຶ້ນ. ດ້ວຍເຫດນັ້ນ, ການເຕີບໂຕຂອງຮ້ານຄ້າ ກໍໝາຍເຖິງການເຕີບໃຫຍ່ຂະຫຍາຍຕົວທາງດ້ານບຸກຄະລາກອນຈັດສົ່ງອາຫານ ເຊິ່ງມາຮອດປັດຈຸບັນນີ້ມີໄຣເດີ ທີ່ພ້ອມແລ່ນຈັດສົ່ງອາຫານມີຫຼາຍກວ່າພັນຊີວິດໃນຂອບເຂດທົ່ວປະເທດ ກວມເອົາທັງໝົດມີ 10 ແຂວງ ແລະ ຍັງມີແຜນຂະຫຍາຍການບໍລິການ ໄປໃນຂອບເຂດທົ່ວປະເທດ ພາຍໃນ ປີ 2021.

ສິ່ງທີ່ເປັນຕົວກາລັນຕີໃຫ້ກັບ ຟູດແພນດ້າລາວ ໃນການຕັດສິນໃຈຂອງບັນດາຮ້ານອາຫານ ຮ້ານຄ້າ ໃຫ້ເຂົ້າມາຮ່ວມເປັນຄູ່ຄ້າທຸລະກິດ ກໍຄົງໜີບໍ່ພົ້ນຈຸດແຂງຂອງຟູດແພນດ້າທີ່ຍຶດຖືມາໂດຍຕະຫຼອດກໍຄື ລາຄາທີ່ຖືກກວ່າ ແລະ ການຈັດສົ່ງທີ່ວ່ອງໄວທັນໃຈ. ການໃສ່ໃຈເຖິງການສານສຳພັນກັບລູກຄ້າ ເອົາໃຈໃສ່ພັດທະນາສົ່ງເສີມການຂາຍທີ່ມີຄວາມຫຼາກຫຼາຍ.

ພວກເຮົາສັນຍາວ່າ ເຮົາຈະຄົງຄວາມເປັນມາຕະຖານໄວ້ ແລະ ພ້ອມທີ່ຈະພັດທະນາການບໍລິການຕ່າງໆໃຫ້ກ້າວທັນຕາມຍຸກສະໄຫມ ແລະ ເຂົ້າເຖິງທຸກພື້ນທີ່ທົ່ວປະເທດ ເພື່ອຊີວິດ ແລະ ການເປັນຢູ່ຂອງພີ່ນ້ອງຊາວລາວໃຫ້ດີຂຶ້ນໃນອານາຄົດກໍຄືໃນປີຕໍ່ໆໄປຂອງ ຟູດແພນດ້າ.

LEAVE A REPLY

Please enter your comment!
Please enter your name here