ເຈົ້າແຂວງຕ້ອນຮັບ ຮອງນາຍົກລັດຖະມົນຕີ ໂອກາດເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງຈຳປາສັກ

0
1381

ວັນທີ 4 ທັນວາ 2020 ຜ່ານມາ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ເປັນກຽດຕ້ອນຮັບ ທ່ານ ສົມດີ ດວງດີ #ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ #ແຂວງຈຳປາສັກ.

ທ່ານເຈົ້າແຂວງຈຳປາສັກ, ໄດ້ລາຍງານໃຫ້ຮູ້ເຖິງ ຜົນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໄລຍະ 9 ເດືອນ ປີ 2020, ດ້ານເສດຖະກິດມະຫາພາກ ເຫັນວ່າໃນ 9 ເດືອນປີ 2020 ລວມຍອດຜະລິດຕະພັນພາຍໃນ ຫລື GDP ປະຕິບັດໄດ້ 12.620,76 ຕື້ກີບ (ແຜນ 20.101,07 ຕື້ກີບ) ທຽບໃສ່ແຜນປີປະຕິບັດໄດ້ 62,78%, ສະເລັ່ຍຕໍ່ຫົວຄົນໄດ້ 1.889 ໂດລາສະຫະລັດຕໍ່ຄົນ ຫລື ເທົ່າກັບ 16,96 ລ້ານກີບຕໍ່ຄົນ; ການເກັບລາຍຮັບງົບປະມານ ປະຕິບັດໄດ້ 1.034,71 ຕື້ກີບ, ທຽບໃສ່ແຜນປີດັດແກ້ປະຕິບັດໄດ້ 71,05%,

ໃນນັ້ນ: ລາຍຮັບຂອງສູນກາງ 623,35 ຕື້ກີບ ທຽບໃສ່ແຜນ ປີດັດແກ້ ປະຕິບັດໄດ້ 75,48% ແລະ ລາຍຮັບຂອງແຂວງ 411,36 ຕື້ກີບທຽບໃສ່ແຜນປີດັດແກ້ປະຕິບັດໄດ້ 65,27%. ສໍາລັບການ ຄຸ້ມຄອງ ລາຍຈ່າຍງົບປະມານ ປະຕິບັດໄດ້ 575,19 ຕື້ກີບ, ທຽບໃສ່ແຜນປີດັດແກ້ ປະຕິບັດໄດ້ 76,08% ແລະ ຮັບຮອງເອົາ ບົດລາຍງານ ການເມືອງແຂວງ ໂດຍສຸມໃສ່ກຳນົດເອົາວຽກງານ ພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ລົງເລິກສ້າງ ບ້ານພັດທະນາ ປະຊາຊົນຢູ່ດີ ກິນດີ ເປັນວຽກຈຸດສຸມ ແລະ ຈະໄດ້ທົດສອບ ຢູ່ບັນດາເມືອງທີ່ມີເງື່ອນໄຂ.

ໂອກາດນີ້, ທ່ານ ສົມດີ ດວງດີ ກໍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນສຳເລັດ ອັນຈົບງານ ຂອງກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກ ແຂວງຈຳປາສັກ ແລະ ໃຫ້ພ້ອມກັນສືບຕໍ່ ຜັນຂະຫຍາຍມະຕິກອງປະຊຸມ, ນຳພາຈັດຕັ້ງປະຕິບັດ ແຜນພັດທະນາ ເສດ ຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໃຫ້ດີຍິ່ງໆຂຶ້ນ. ພ້ອມນີ້, ທ່ານຍັງໃຫ້ຮູ້ອີກວ່າ ການມາເຄື່ອນໄຫວ ຄັ້ງນີ້ ກໍເພື່ອຊຸກຍູ້ການສຳຫລວດ ສະຖິຕິກະສິກຳທົ່ວປະເທດ ໂດຍສະເພາະ ຢູ່ແຂວງຈຳປາສັກ, ລົງຕິດຕາມຊຸກຍູ້, ໃຫ້ທິດຊີ້ນຳ ຄະນະຊີ້ນຳ ລະດັບແຂວງ, ຫ້ອງການສຳຫລວດຂັ້ນແຂວງ ແລະ ອຳນາດການປົກຄອງແຕ່ລະຂັ້ນ ເພື່ອອຳນວຍຄວາມສະດວກ ໃນການລົງ ສຳຫລວດພາກສະໜາມ ໃຫ້ສາມາດປະຕິບັດ ໄດ້ຕາມແຜນທີ່ກຳນົດ ແລະ ຮັບຟັງການລາຍງານ ບັນຫາຕ່າງໆ ຂອງແຂວງ ແລະໃຫ້ທິດຊີ້ນຳ ຊຸກຍູ້ໃຫ້ ແຂວງໃນການ ແກ້ໄຂບັນຫາຕ່າງໆ ເພື່ອໃຫ້ການສຳຫວດ ໄດ້ຖືກຈັດຕັ້ງປະຕິບັດ ສະເລັດຕາມ ຈຸດປະສົງຄາດ ໝາຍ ແລະ ຊຸກຍູ້ວຽກງານ ການຈັດເກັບລາຍຮັບ ຢູ່ແຂວງຈຳປາສັກ ແລະ ໄດ້ມາ ເຜີຍແຜ່ ກົດໝາຍ ວ່າດ້ວຍ ພາສີ ສະບັບປັບປຸງ ໃຫ້ແກ່ການນໍາແຂວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໃນ 6 ແຂວງພາກກາງ-ພາກໃຕ້ ທີ່ຈັດຂຶ້ນຢູ່ແຂວງຈຳປາສັກ.

ຂ່າວ: ທັດຊະນະ
ພາບ:ເກດສະໜາ

LEAVE A REPLY

Please enter your comment!
Please enter your name here