ບົດລາຍງານທາງການ ເຫດລະເບີດທີ່ດ່ານແດນສະຫວັນ

0
4225

ພັນໂທ ກອງມະນີ ຊົມມີໄຊ ຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນໄດ້ຖະແຫຼງຂ່າວຊີ້ແຈງ ໃນວັນທີ 4 ທັນວາ 2020 ນີ້ ກ່ຽວກັບເຫດການຂອງລົດຫີນກາວ ທີ່ເກີດອັກຄີໄພໄໝ້ ຢູ່ຈຸດກວດກາສິນຄ້າຂອງເຈົ້າໜ້າທີ່ພາສີດ່ານສາກົນແດນສະຫວັນ ໃນເວລາ 8 ໂມງ 20 ນາທີ ຂອງວັນທີ 3 ທັນວາ 2020 ໄດ້ມີລົດຂົນສົ່ງຫີນກາວຈໍານວນ 3 ຄັນ, ເດີນທາງມາຈາກບໍ່ຫີນກາວ ໂຄກຫີນແກ້ວ ເມືອງຈຳພອນ ແຂວງສະຫວັນນະເຂດ ເພື່ອຂົນສົ່ງຫີນກາວໄປຍັງ ສສ ຫວຽດນາມ ຜ່ານດ່ານສາກົນແດນສະຫວັນ

ເມື່ອລົດມາຮອດສະຖານທີກວດກາສິນຄ້າຂອງເຈົ້າໜ້າທີ່ພາສີປະຈຳດ່ານ ລົດທັງສາມຄັນກໍ່ໄດ້ແລ່ນເຂົ້າມາຈອດຢູ່ຈຸດກວດກາ ເພື່ອໃຫ້ເຈົ້າໜ້າທີ່ພາສີປະຈຳສາງກວດກາສິນຄ້າ ເພື່ອສົ່ງອອກຕ່າງປະເທດຕາມລະບຽບການ, ໃນເວລານັ້ນ ເຈົ້າໜ້າທີ່ພາສີໄດ້ໃຫ້ກຳມະກອນ ຈຳນວນ 8 ຄົນ ຊ່ວຍກວດຄົ້ນຫີນກາວຢູ່ເທິງລົດ ໂດຍພາຍໃຕ້ການຊີ້ນຳທາງດ້ານວິຊາສະເພາະຂອງເຈົ້າໜ້າທີ່ພາສີ,

ຈຸດປະສົງຂອງການກວດຄົ້ນແມ່ນກວດຄົ້ນຫາສິນຄ້າທີ່ຜິດກົດໝາຍ ທີ່ອາດມີການລັກລອບຊຸກເຊືອງມານຳພາຫະນະຈຳນວນດັ່ງກ່າວ, ໃນຂະນະທີ່ກວດກາຢູ່ນັ້ນກຳມະກອນກໍ່ໄດ້ພົບເຫັນຄວັນໄຟເກີດຂື້ນຈາກທ້ອງພື້ນລົດ ພ້ອມດ້ວຍປະກາຍໄຟລຸກຂື້ນຢ່າງຮຸນແຮງ ແລະ ພາໃຫ້ເກີດມີສຽງແຕກຂື້ນ ຄ້າຍຄືສຽງລະເບີດ ພາໃຫ້ເກີດມີໄຟໄໝ້ລຸກລາມເປັນບໍລິເວນກວ້າງ ພ້ອມດ້ວຍມີພຸໄຟແຕກອອກຈາກຖັງກະບະລົດຫີນກາວເປັນຈຳນວນຫຼາຍ ແລະ ຝົງປີວໄປໃສຖັງນ້ຳມັນທີ່ເຈົ້າໜ້າທີ່ພາສີຢືດໃນສາງ, ບໍລິເວນໃກ້ຄຽງກໍ່ໃຫ້ເກີດມີສຽງແຕກດັງຂື້ນຄ້າຍຄືສຽງລະເບີດ ແລະ ເປັນປະກາຍຢ່າງຮຸນແຮງ, ເປັນສາເຫດໃຫ້ເກີດມີຜູ້ບາດເຈັບຈຳນວນ 8 ຄົນ, ໃນນັ້ນເປັນຄົນລາວ 3 ຄົນ, ຍິງ 1 ຄົນ, ຄົນຫວຽດນາມ 5 ຄົນ ແລະ ເສຍຊີວິດກັບທີ 3 ຄົນ, ຍິງ 1 ຄົນ, ໃນນັ້ນ ມີຄົນລາວ 2 ຄົນເພດຊາຍ, ຄົນຫວຽດນາມ 1 ຄົນເພດຍິງ.

ສ່ວນຜົນເສຍຫາຍທາງດ້ານຊັບສິນໃນເບື້ອງຕົ້ນທີ່ເກີດຂື້ນຈາກເຫດໄຟລຸກໄໝ້ຢູ່ລົດຫີນກາວຄັ້ງນີ້ ມີສາງກາງແຈ້ງຈຳນວນ 2 ຫຼັງ, ສາງສຳລັບໄວ້ລົດເອັກສະເລ 1 ຫຼັງ, ຫ້ອງການບ່ອນເຮັດວຽກກວດກາຂອງເຈົ້າໜ້າທີ່ພາສີ 1 ຫຼັງ, ພາຫະນະຂົນສົ່ງສິນຄ້າ 4 ຄັນ, ພາຫະນະປະເພດລົດກະບະຂອງລັດ 1 ຄັນ ແລະ ລົດກະບະສ່ວນບຸກຄົນ 1 ຄັນ.

ຕໍ່ກັບເຫດການທີ່ເກີດຂື້ນໃນຄັ້ງນີ້ ເຈົ້າໜ້າທີ່ອົງການສຶບສວນ-ສອບສວນ ກອງບັນຊາການ ປກສ ແຂວງ, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງເຊໂປນ ແລະ ພາກສ່ວນກ່ຽວຂ້ອງຂອງດ່ານສາກົນແດນສະຫວັນ ກຳລັງດຳເນີນການເກັບກຳຂໍ້ມູນ ແລະ ດຳເນີນການສຶບສວນ-ສອບສວນ, ສ່ວນລາຍລະອຽດມີຄວາມຄືບໜ້າແນວໃດແມ່ນຈະລາຍງານໃຫ້ຮັບຊາບຕື່ມ. ຕໍ່ກັບສະພາບເຫດການທີ່ເກີດຂື້ນຄັ້ງນີ້ແມ່ນເກີດຂື້ນຍ້ອນອຸບັດຕິເຫດ, ບໍ່ແມ່ນການວາງລະເບີດແຕ່ຢ່າງໃດ.

ດັ່ງນັ້ນ ທາງຄະນະຄຸ້ມຄອງດ່ານສາກົນແດນສະຫວັນ ຈຶ່ງຂໍຊີ້ແຈ້ງຄວາມເປັນຈິງໃນເຫດການທີ່ເກີດຂື້ນໃນຄັ້ງນີ້ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອບໍ່ຢາກໃຫ້ສັງຄົມຮັບຮູ້ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ແລະ ບໍ່ມີມູນຄວາມຈິງທີ່ໄດ້ສົ່ງອອກໄປກ່ອນໜ້ານີ້ ທາງສື່ອອນລາຍນັ້ນ.

ສ່ວນລາຍລະອຽດມີຄວາມຄືບໜ້າເປັນແນວໃດ ທາງຄະນະຄຸ້ມຄອງດ່ານຂອງພວກເຮົາຈະຖະແຫຼງການໃຫ້ສັງຄົມຮັບຮູ້ຕື່ມອີກພາຍຫຼັງ.

LEAVE A REPLY

Please enter your comment!
Please enter your name here