ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົນທະນາທາງໂທລະສັບ ກັບ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

0
3077

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົນທະນາທາງໂທລະສັບ ກັບທ່ານ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ຕອນບ່າຍ, ວັນທີ 10 ພະຈິກ 2020, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອເປັນການສະຫນັບສະຫນູນ ແລະ ຊົມເຊີຍ ການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຂອງ ສສ ຫວຽດນາມ ກໍຄື ສືບຕໍ່ສົ່ງເສີມ ແລະ ຮັດແຫນ້ນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ເຂົ້າສູ່ລວງເລິກ.

ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ ສະແດງຄວາມເຫັນໃຈ ແລະ ຝາກຄວາມຢ້ຽມຢາມຖາມຂ່າວມາຍັງການນຳ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເກີດຂຶ້ນຢູ່ບັນດາແຂວງພາກກາງຂອງ ສສ ຫວຽດນາມ ໃນເດືອນກັນຍາ 2020 ເປັນຕົ້ນມາ. ພ້ອມທັງ, ສະແດງຄວາມຊົມເຊີຍ ຫວຽດນາມ ທີ່ສາມາດຮັບມືກັບ ໂຄວິດ-19 ໄດ້ເປັນຢ່າງດີ ແລະ ຮັກສາຈັງຫວະການເຕີບໂຕທາງເສດຖະກິດເປັນຜົນບວກ ໃນປີ 2020. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຝ່າຍຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວເປັນຢ່າງດີໃນໄລຍະຜ່ານມາ.

ໃນໂອກາດດຽວກັນ, ສະຫາຍນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ກໍ່ໄດ້ສະແດງຄວາມຊົມເຊີຍ ສປປ ລາວ ທີ່ສາມາດຄວບຄຸມພະຍາດ ໂຄວິດ-19 ໄດ້ດີເຊັ່ນກັນ ແລະ ສະແດງຄວາມຂອບໃຈຕໍ່ ສະຫາຍ ການນຳພັກ-ລັດ ກໍຄື ປະຊາຊົນລາວ ທີ່ໄດ້ສົ່ງສານສະແດງຄວາມເຫັນໃຈໄປຍັງການນຳ ພັກ-ລັດ ກໍຄືປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດດັ່ງກ່າວ.

ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃນໄລຍະຜ່ານມາ ເຖິງວ່າມີສະພາບການລະບາດຂອງພະຍາດ ໂຄວິດ-19 ກໍ່ຕາມ, ເຊິ່ງສະແດງອອກຄື: ການນຳຂັ້ນສູງຂອງສອງປະເທດຍັງມີການໄປມາຫາສູ່ກັນແລະ ພົບປະແລກປ່ຽນໃນຮູບແບບທາງໄກ ຮ່ວມກັນຢ່າງເປັນປົກກະຕິ. ສອງຝ່າຍ ຍັງໄດ້ຊຸກຍູ້ການຈັດຕັ້ງໂຄງການຮ່ວມມືສອງຝ່າຍ ໃຫ້ສຳເລັດຕາມແຜນການ ແລະ ຮ່ວມມືກັນເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19, ເປັນຕົ້ນແມ່ນການເພີ້ມທະວີການຄ້າ ແລະ ການລົງທຶນຮ່ວມກັນ, ການພິຈາລະນາເປີດສາຍການບິນຄືນໃໝ່ ກໍຄືການອໍານວຍຄວາມສະດວກໃນການໄປມາຫາສູ່ລະຫວ່າງພົນລະເມືອງຂອງສອງປະເທດຮ່ວມກັນໃນອະນາຄົດ.

ຝ່າຍລາວຍັງໄດ້ຕີລາຄາສູງຕໍ່ບົດບາດການນຳພາຂອງຫວຽດນາມ ໃນຖານະປະທານອາຊຽນ 2020 ເພື່ອສົ່ງເສີມການຮ່ວມມືອັນດີ ແລະ ຄວາມເຂັ້ມແຂງຂອງອາຊຽນ. ພ້ອມທັງຢືນຢັນ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ໃຫ້ການຊ່ວຍເຫຼືອຫວຽດນາມ ເພື່ອເຮັດສຳເລັດໜ້າທີ່ປະທານອາຊຽນ 2020 ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໄລຍະ 2020-2021.

ໂດຍ: Lao National Radio

LEAVE A REPLY

Please enter your comment!
Please enter your name here