ແຂວງໄຊຍະບູລີ ປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານການນຳຂັ້ນສູງຂອງເມືອງປາກລາຍ

0
3622

ພີທີປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານການນຳຂັ້ນສູງຂອງເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 27 ຕຸລາ 2020 ນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງປາກລາຍ, ແຂວງ ໄຊຍະບູລີ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີທ່ານ ສົມຈິດ ຈັນທະວົງ ກໍາມະການປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງປາກລາຍ, ມີຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ,ມີພະນັກງານການນໍາຂອງເມືອງ, ເລຂາພັກບ້ານ-ນາຍບ້ານ ຕະຫຼອດຮອດພະນັກງານວິຊາການຂອງເມືອງເຂົ້າຮ່ວມ 100 ກວ່າຄົນ.

ໃນພິທີ ທ່ານ ໄພທອງ ຈັນດາ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1123/ຈຂ.ຊຍ, ວ່າດ້ວຍ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ສະບັບເລກທີ 1126/ຈຂ.ຊຍ, ວ່າດ້ວຍການແຕ່ງຕັ້ງ ເຈົ້າເມືອງ ປາກລາຍ ແລະ ມະຕິຂອງຄະນະປະຈໍາພັກແຂວງ ສະບັບເລກທີ 714/ຄພຂ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາພັກເມືອງປາກລາຍ ຄື: ຍົກຍ້າຍ ທ່ານ ສົມຈິດ ຈັນທະວົງ, ກໍາມະການປະຈໍາພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ປາກລາຍ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ ໄຊຍະບູລີ, ແຕ່ງຕັ້ງທ່ານ ກອງສີ ວົງສີ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ໄຊສະຖານ ເປັນເຈົ້າເມືອງ ປາກລາຍ, ພ້ອມທັງບົ່ງຕົວແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງປາກລາຍ.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາຄິດເຫັນຕໍ່ສະມາຊິກພັກ-ພະພັກງານ, ໄດ້ເນັ້ນໃຫ້ສືບຕໍ່ການປະຕິບັດວຽກງານສູ້ຊົນສືບຕໍ່ປັບປຸງວຽກງານຂັ້ນຕໍ່ໄປໃຫ້ດີຂຶ້ນຕື່ມ, ສືບຕໍ່ແກ້ໄຂບັນດາວຽກງານທີ່ຍັງຄົງຄ້າງ, ເພື່ອປັບປຸງກໍ່ສ້າງໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໜາຍ, ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນໃຫ້ກົມກຽວ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນ ແລະ ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບໜ້າວຽກຕົວຈິງ, ເພື່ອພ້ອມກັນກ້າວໜ້າປັບປຸງໃຫ້ວຽກງານມີລັກສະນະການຫັນປ່ຽນ ແລະ ເພື່ອພັດທະນາເມືອງປາກລາຍໃຫ້ດີຂຶ້ນເລື້ອຍໆ.


ນັກຂ່າວ: ເມືອງປາກລາຍ ແຂວງໄຊຍະບູລີ

LEAVE A REPLY

Please enter your comment!
Please enter your name here