ແລ້ວໂຈນເດ່? ສິ່ງທີ່ຄວນເອົາມາສຶກສາ ເພື່ອຫາທາງແກ້ໄຂບັນຫາຂອງສັງຄົມ

0
9474

#ແລ້ວໂຈນເດ່? ສິ່ງທີ່ຄວນເອົາມາສຶກສາ ເພື່ອຫາທາງແກ້ໄຂບັນຫາຂອງສັງຄົມ


ເຊື່ອວ່າ ຫຼາຍທ່ານ ທີ່ເຫັນຄອມເມັ້ນ ທີ່ໃສ່ຊື່ວ່າ Our Story ຄົງຈະມີຢາກຕອບໂຕ້ທັນທີ ເພາະວ່າບໍ່ມີໃຜ ຢາກພ້ອມໂຈນ ແລະ ສົ່ງເສີມການກະທໍາຜິດ. ແອັດມິນກໍ່ເຊັ່ນ. ເພາະການກະທໍາຂອງລາວ ແມ່ນໄຮ້ມະນຸດສະທໍາ ຮຸນແຮງ ແລະ ເປັນອັນຕະລາຍ ສ້າງຄວາມເສຍຫາຍແກ່ບຸກຄົນອື່ນ.

ມື້ນີ້, ກໍ່ເລີຍ ນັ່ງຟັງຄລິບ ປກສ ນະຄອນຫຼວງ ວຽງຈັນ ຖະແຫຼງຂ່າວການສືບສວນ ອີກຮອບ. ຖືວ່າຜູ່ກໍ່ເຫດແມ່ນເຮັດມາຫຼາຍຄັ້ງ ແລະ ຖືເປັນໄພອັນຕະລາຍແກ່ສັງຄົມ.

ເຊື່ອວ່າ #ບໍ່ມີໃຜຢາກເປັນໂຈ ແຕ່ ບັນຫາທີ່ພວກເຂົາພົບພໍ້ ກັບການຕັດສິນໃຈເດີນທາງຜິດ ຄືສິ່ງກະຕຸ້ນໃຫ້ພວກເຂົາກະທໍາຜິດ ແລະ ກາຍເປັນບັນຫາຂອງສັງຄົມ.

#ເສບຢາເສບຕິດ #ຕິດເກມແລະການພະນັນອອນລາຍ ຄືສອງປະເດັນ ທີ່ຜູ່ກໍ່ເຫດສາລະພາບ ວ່າເຮັດລັງໄປເພາະຕ້ອງການເງິນໄປຊື້ຢາບ້າ ແລະ ໄຊ້ໜີ້ຕິດການພະນັນ. ທຸກຄົນຮູ້ ຮາກຂອງບັນຫາ ທີ່ໄວໜຸ່ມລາວກໍາລັງປະເຊີນຢູ່. #ແລ້ວພວກເຮົາຈະຂຸດຮາກເນົ່າໆນີ້ຖິ້ມໄດ້ບໍ່? ເປັນສິ່ງທີ່ ທຸກຄົນໃນສັງຄົມຕ້ອງໄດ້ຊ່ວຍກັນ.

#ໂດຍສະເພາະ

1. #ສະຖາບັນຄອບຄົວ : ຖືເປັນຈຸດສໍາຄັນ ທີ່ລູກໆທຸກຄົນ ຈະໄດ້ຄວາມຮັກ, ຄວາມອົບອຸ່ນ, ໂອກາດ ແລະ ແນວທາງຊີວິດທີ່ຖືກຕ້ອງ. ຖ້າສະຖາບັນຄອບຄົວມີບັນຫາ ເຊັ່ນ: ພໍ່ແມ່ເປັນແບບຢ່າງບໍ່ດີ, ກິນເຫຼົ້າເມົາຢາ, ບໍ່ເຄີຍໂອ້ລົມຖາມຂ່າວ ແລະ ເຂົ້າໃຈບັນຫາຂອງລູກ. ປ່ອຍປະລະເລີຍ.

ບາງຄັ້ງເຫັນລູກກະທໍາຜິດ ໄປຕິດຢາ ຕິດເກມ ຂີ່ລົດໄວ ຫຼື ລັກເລັກຂະໂມຍນ້ອຍ ກໍ່ບໍ່ຫ້າມປາມ, ແຖມຍັງປົກປ້ອງ ແລະ ຊ່ວຍການກະທໍາຜິດ. ນັ້ນກໍ່ຈະເຮັດໃຫ້ ລູກເດີນໄປທາງທີ່ຜິດ. ເພາະສະນັ້ນ, ຄວາມໃສ່ໃຈ, ເປັນແບບຢ່າງທີ່ດີແກ່ລູກຫຼານ ສະຖາບັນຄອບຄືຄືຈຸດເລີ່ມຕົ້ນ.

2. #ບ້ານແລະສັງຄົມອ້ອມຂ້າງ : ຖ້າບ້ານໃດມີນາຍບ້ານຫົວກ້າວໜ້າ ຮູ້ຮັກປະຊາຊົນພາຍໃນບ້ານ ແລະ ຕັ້ງໃຈຄຸ້ມຄອງບ້ານ ຈະສາມາດແກ້ໄຂບັນຫາສັງຄົມຕ່າງໆໄດ້. ນາຍບ້ານທີ່ດີທີ່ເກັ່ງ ຈະບໍ່ອານຸຍາດ ໃຫ້ມີຮ້ານເກມ ຫຼື ບ່ອນມົ້ວສຸມຢາເສບຕິດ ເກີດຂຶ້ນຢູ່ພາຍໃນບ້ານ. ຈະສັ່ງກອງຫຼອນ ແລະ ຮ່ວມມືກັບ ປກສ ເມືອງ ແຂວງ ປາບປາມທັນທີ ເພາະມັນຄື ພາລະໜ້າທີ່ກັກ ອັນຊົງກຽດ ເພາະນາຍບ້ານແລະຄະນະບ້ານ ຢູ່ກັບພື້ນທີ່ ສາມາດຮູ້ບັນຫາໄດ້ກ່ອນຄົນອື່ນ ທັດຈາກ ສະຖາບັນຄອບຄົວ.

ແຕ່ຄືພວກເຮົາຮູ້ແລະເຫັນ ຫຼາຍຢ່າງທີ່ເປັນຈຸດເລີ່ມຕົ້ນຈອງໄພສັງຄົມ ຍັງຖືກປ່ອຍປະລະເລີຍ ຈົນມັນບານປາຍ ຫຼື ເປັນເຫດການໃຫຍ່ ຕິ່ງຈະຊອກຫາທາງແກ້ ຫໍ່ເຮັດໃຫ້ມັນຍາກແລ້ວ. ເພາະມັນຄືຄົນ ເປັນພະຍາດມະເຮັງ ທີ່ມັນລາມໄປທົ່ວຮ່າງກາຍແລ້ວ ກໍ່ຍາກທີ່ຈະປໄວໃຫ້ຫາຍດີໄດ້.

3. #ສະຖາບັນການສຶກສາ : ທຸກປະເທດທີ່ພັດທະນາ, ກໍາລັງພັດທະນາ ຫຼື ດ້ອຍພັດທະນາ ລ້ວນແຕ່ປາຖະໜາ ໃຫ້ມີລະບົບການສຶກສາທີ່ດີ ໃຫ້ລູກຊາຍ ແລະໜໍ່ແໜງຂອງຊາດ ສາມາດເຂົ້າເຖິງການສຶກສາທຸກຄົນ.

ເພາະການສຶກສາຄືຫົນທາງສໍາຄັນ ທີ່ຈະຊ່ວຍເປີດຫູເປີດຕາ ແລະ ໃຫ້ທຸກຄົນໄດ້ເຂົ້າໃຈສິ່ງໃດດີ, ສິ່ງໃດຖືກ, ສິ່ງໃດຈົບງາມ, ສິ່ງໃດຄວນສົ່ງເສີມ. ຄວນລະຖິ້ມ ແລະ ປາບປາມອັນບໍ່ດີ ຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ. ເພາະການສຶກສາສໍາຄັນ, ຫາກຄົນໃນຊາດມີລະດັບການສຶກສາຕໍ່າກໍ່ຈະເຮັດໃຫ້ ເກີດຄວາມແຕກຕ່າງທາງສັງຄົມ.

ສຸດທ້າຍນີ້, ຮັກລາວ ໂທລະໂຄ່ງ ຂໍຮ່ວມກັບພີ່ນ້ອງຄົນລາວ ສົ່ງເສີມຄົນເຮັດຄວາມດີ. ສ້າງສັງຄົມລາວໃຫ້ມີຄວາມຮັກ, ຄວາມເມດຕາ, ແບ່ງປັນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ.

LEAVE A REPLY

Please enter your comment!
Please enter your name here