43 ບ້ານຂອງເມືອງຊົນນະບູລີ ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ ປັດຈຸບັນປະຊາຊົນຕ້ອງການຄວາມຊ່ວຍເຫຼືອດ້ານອາຫານການກິນຢ່າງຮີບດ່ວນ

0
2015

ສະຫວັນນະເຂດ: ອີງຕາມຂໍ້ມູນຈາກກອງເລຂາຕ້ານໄພພິບັດຂັ້ນເມືອງ ໃນຄັ້ງວັນທີ 21 ຕຸລາ 2020 ນີ້ ກ່ຽວກັບສະພາບໄພນໍ້າຖ້ວມໃນທົ່ວເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ລາຍງານວ່າ: ໃນປັດຈຸບັນນີ້ເມືອງຊົນນະບູລີ ກໍາລັງປະສົບກັບໄພນໍ້າຖ້ວມຢ່າງໜັກ ບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ 43 ບ້ານ, ມີ 4.284 ຫຼັງຄາ, ມີພົນລະເມືອງ 29.4493 ຄົນ ຍິງ 14.642 ຄົນ, ເນື້ອທີ່ຖືກຖ້ວມ 7.085 ເຮັກຕາ, ສວນພຶດຜັກຖືກຖ້ວມ 176 ເຮັກຕາ, ໜອງປາ 361 ໜອງ, ລະບົບຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫງ, ໂຮງຮຽນທີ່ໄດ້ຮັບຜົນກະທົບ ແລະຕ້ອງໂຈະການຮຽນຊົ່ວຄາວມີ: ໂຮງຮຽນປະຖົມ 13 ແຫ່ງ, ໂຮງຮຽນມູນ 6 ແຫ່ງ, ມັດທະຍົມຕົ້ນ 2 ແຫ່ງ ລວມທັງໝົດ 21 ແຫ່ງ,

ບ້ານທີ່ຕ້ອງລະງັບການໃຊ້ໄຟຟ້າຊົ່ວຄາວເພື່ອຄວາມປອດໄພມີ 13 ບ້ານຄື ບ້ານບຶງຊ້າງ, ກອງປະທຸມວັນ, ບ້ານທ່າຄໍາເຫຼື້ອມ, ບ້ານດອນຍາໂນງ, ບ້ານໜອງສອງຫ້ອງ, ບ້ານເມືອງໂຮງ, ບ້ານດົງໜອງແຄນ ແລະບ້ານຕັ່ງຫວາຍນໍ້າ,ໂຄກຫົວຊ້າງ,ນາຈານໃຫຍ່,ນາລະແອນ ແລະນາໂຊກໃຊ,ວັດຖືກນໍ້າຖ້ວມ 13 ວັດ,ບໍ່ນໍ້າບາດານ 233 ບໍ່,ວິດຖ່າຍຖືກຖ້ວມ 1.142 ໜ່ວຍ,ເສັ້ນທາງຖືກຖ້ວມ ແລະ ຕັດຂາດການສັນຈອນມີ:

ເສັ້ນທາງບ້ານນາໜອງຜໍາຫາດົງບູນ, ເສັ້ນທາງບຶງຊ້າງຫາບ້ານໂຄກຫົວຊ້າງ ຫາບ້ານທ່າຄໍາເຫຼື້ອມ, ຫາບ້ານດອນຍາໂນງ, ເສັ້ນທາງບ້ານຕັ່ງຫວາຍນໍ້າຫາບ້ານກະລືມວັງແຂ້, ເສັ້ນທາງຈຸດສຸມຕັ່ງຫວາຍຫາກະທອງເຊ ຫາບ້ານນາຈານໃຫຍ່, ເສັ້ນທາງບ້ານກອງປະທຸມວັນຫາເມືອງຊົນນະບູລີ, ເສັ້ນທາງໂພໄຊຄູນຫາບ້ານດົງຫວາຍ, ເສັ້ນທາງບ້ານດົງຫວາຍຫາບ້ານໜອງຜື, ເສັ້ນທາງບ້ານກະຫຼາງຫາບ້ານຕະປອງ, ເສັ້ນທາງບ້ານຕັ່ງຫວາຍໂຄກຫາບ້ານໂພໄຊຄູນ, ເສັ້ນທາງແຕ່ຂົວຫ້ວຍນ້ໍາດີ້ງຫາບ້ານໄຊສົມບູນ, ເສັ້ນທາງແຕ່ຂົ້ວຫ້ວຍເຊວັນຫາບ້ານໜອງເບັນ, ເສັ້ນທາງແຕ່ຂົ້ວຫ້ວຍຕະຫຼຶງຫາບ້ານນາບົງ ແລະ ເສັ້ນທາງແຕ່ຂົ້ວຫ້ວຍເປາະຫາບ້ານອາຫໍ.

ໃນປັດຈຸບັນທາງການນໍາຂອງເມືອງພ້ອມດ້ວຍຄະນະຕ້ານໄພພິບັດຂັ້ນເມືອງ ອົງການຈັດຕັ້ງມະຫາຊົນກໍາລັງ ປກຊ-ປກສ ສົມທົບກັບກໍາລັງກອງຮ້ອຍ ຄໍ 35 ໄດ້ລົງໃຫ້ການຊ່ວຍເຫຼືອອົບພະຍົບປະຊາຊົນຂົນວັດຖຸເຄື່ອງຂອງຕ່າງໆອອກຈາກພື້ນທີ່ສ່ຽງ ເພື່ອຄວາມປອດໄພໄປພັກທີ່ຈຸດພັກຊົ່ວຄາວ ມີ 6 ຈຸດ ທີ່ໄດ້ເມືອງຈັດສັນ,ນອກນີ້ກໍ່ພັກເຊົາຕາມເຮືອນຍາດຕິພີ່ນ້ອງ,ມາໃນປະຈຸບັນນີ້ລະດັບນໍ້າແມ່ນຍັງເພີ່ມຂື້ນຢ່າງຕໍ່ເນື່ອງ ແລະໄຫຼເຂົ້າຖ້ວມເນື້ອທີ່ນາຮົ້ວສວນ ແລະອາດຈະໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນຕື່ມອີກ.

ສ່ວນຄວາມເສຍຫາຍແມ່ນຈະໄດ້ລາຍງານຕື່ມອີກພາຍຫຼັງ ແລະ ສິ່ງທີ່ຈຳເປັນໃນປັດຈຸບັນທີ່ທາງເມືອງຕ້ອງການຄວາມຊ່ວຍເຫຼືອຈາກສັງຄົມຢ່າງຮີບດ່ວນທີ່ສຸດແມ່ນ ອາຫານການກິນ,ນ້ຳດື່ມ,ເຂົ້າສານ,ອາຫານແຫ້ງ,ຢາປົວພະຍາດ,ນ້ຳມັນເຊື້ອໄຟ ແລະ ເຮືອເພື່ອຊ່ວຍເຫຼືອສະເພາະໜ້າໃຫ້ກັບປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ພາບ – ຂ່າວ: ອັກສອນສິນ ພົມມະຈັນ

LEAVE A REPLY

Please enter your comment!
Please enter your name here