ນາຍົກລັດຖະມົນຕີ ຮ່ວມກອງປະຊຸມ ຄະນະບໍລິຫານງານພັກແຂວງສະຫວັນນະເຂດ ທ້າຍສະໄໝທີ VIII

0
1966

ໃນວັນທີ 21-22 ຕຸລາ 2020 ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ກອງປະຊຸມດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກແຂວງສະຫວັນນະເຂດ ທ້າຍສະໄໝທີ  VIII; ໂດຍມີສະຫາຍ ສັນຕິພາບ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ; ບັນດາສະຫາຍ ຄະນະບໍລິຫານງານພັກແຂວງ; ຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຕີລາຄາ ແລະ ປະກອບຄຳເຫັນ ໃສ່ຮ່າງບົດສຳຫຼວດການນຳພາລວມ ຂອງຄະ ນະບໍລິຫານງານພັກແຂວງສະຫວັນນະເຂດ ສະໄໝທີ VIII ຕະຫຼອດໄລຍະ 5 ປີຜ່ານມາ ແລະ ບົດສຳຫຼວດບຸກຄົນ ພາຍໃນຄະນະບໍລິຫານງານພັກແຂວງ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ກອງປະ  ຊຸມ, ກ່ອນອື່ນ ສະຫາຍ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນພົ້ນເດັ່ນ ຈາກການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງ ໂດຍສະເພາະ ການເຕົ້າໂຮມຄວາມສາມັກຄີ, ການປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ, ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາຊົນນະບົດ, ການແກ້ໄຂໄພພິບັດນໍ້າຖ້ວມ, ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ອື່ນໆ; ອັນສຳຄັນ ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນຊີ້ນຳ ເພື່ອໃຫ້ບັນດາສະຫາຍ ໃນຄະນະບໍລິຫານງານພັກແຂວງ ນຳໄປຄົ້ນຄວ້າ ແລະ ພ້ອມກັນຈັດຕັ້ງປະຕິບັດ ເປັນຕົ້ນ ພ້ອມກັນກຳແໜ້ນ ກ່ຽວກັບ ຈຸດປະສົງ ແລະ ເປົ້າໝາຍ ໃນການດຳເນີນຊີວິດການເມືອງ ຄັ້ງນີ້, ລວມທັງ ການກະກຽມບຸກຄະລະກອນ ເພື່ອສືບຕໍ່ລົງສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່ ໃຫ້ຮັບປະກັນ ສາມລຸ້ນ (ລຸ້ນອາວຸໂສ, ລຸ້ນກາງ, ລຸ້ນໜຸ່ມ), ເພດ ແລະ ເຜົ່າ;

ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ປະກອບຄຳຄິດເຫັນ ຢ່າງພາວະວິໄສ ຕໍ່ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ໂດຍສະເພາະ ໄຈ້ແຍກໃຫ້ເຫັນຜົນສຳເລັດ, ຈຸດດີ-ຈຸດອ່ອນ-ຂໍ້ຄົງຄ້າງ, ສາຍເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງປັບປຸງແກ້ໄຂໃນຕໍ່ໜ້າ; ການສຳຫຼວດບຸກຄົນ ໃຫ້ບັນດາສະຫາຍ ຄະນະບໍລິຫານງານພັກແຂວງ ສຸມໃສ່ລົງເລິກຕີລາຄາຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມຮູ້ຄວາມສາມາດ, ສະຕິຕໍ່ການຈັດຕັ້ງ, ຄວາມເປັນແບບຢ່າງນຳໜ້າ, ແບບແຜນວິທີເຮັດວຽກ, ແບບແຜນການດຳລົງຊີວິດ ແລະ ອື່ນໆ. ພ້ອມກັນນັ້ນ, ກໍ່ໃຫ້ໝູ່ຄະນະ ມີຄຳເຫັນຕຳນິສົ່ງຂ່າວ ເພື່ອກໍ່ສ້າງ ເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ, ກົງໄປກົງມາ, ຖືກຕ້ອງກັບຄວາມເປັນຈິງ…; ໃຫ້ພ້ອມກັນຄົ້ນຄວ້າ ແລະ ກວດກາຄືນ ບັນດາຄຳເຫັນ ໃນການສຳຫຼວດກວດກາກັນ ໃນໄລຍະຜ່ານມາ, ອັນໃດຖືກຕ້ອງກັບຄວາມເປັນຈິງ ກໍ່ສືບຕໍ່ນຳໄປປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນທີ່ດີຂຶ້ນ, ອັນໃດ ບໍ່ມີມູນຄວາມຈິງ ກໍ່ໃຫ້ນຳໄປເປັນຄະຕິເຕືອນ ແລະ ບົດຮຽນ ເພື່ອປ້ອງກັນ ໃນອະນາຄົດ ບໍ່ໃຫ້ເກີດມີເຫດການ ຄືຫາງສຽງດັ່ງກ່າວ. ຊຶ່ງທັງໝົດນັ້ນ, ກໍ່ເພື່ອແນໃສ່ເຮັດອົງຄະນະພັກແຂວງສະຫວັນນະເຂດ ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ເວົ້າລວມ, ເວົ້າສະເພາະ ເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ຢ່າງຈົບງາມ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.

LEAVE A REPLY

Please enter your comment!
Please enter your name here