ໄຂກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງໄຊສົມບູນ ຂຶ້ນຢ່າງເປັນທາງການ

0
3757

ໄຊສົມບູນ: ກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ຕຸລາ 2020 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ.

ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ມີຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ອະດີດການນຳແຂວງ, ພະນັກງານປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກທຸລະກິດຜູ້ປະກອບການ ແລະ ຜູ້ແທນສົມບູນຈຳນວນ 123 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງຈໍານວນທັງໝົດ 3.914 ສະຫາຍ ເຂົ້າຮ່ວມ.
ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ໃນນາມປະທານກອງປະຊຸມ ໄດ້ກ່າວວ່າ:

“ກອງປະຊຸມໃຫຍ່ໃນຄັ້ງນີ້, ຈະໄດ້ພ້ອມກັນຕີລາຄາ ກ່ຽວກັບຜົນສໍາເລັດການຈັດຕັ້ງປະຕິບັດແນວທາງຂອງພັກ, ມະຕິກອງປະຊຸມຕົວແທນສະມາຊິກພັກຂອງແຂວງ ໃນໄລຍະ 5 ປີ ຜ່ານມາ, ຍົກໃຫ້ເຫັນຈຸດດີຜົນສໍາເລັດ, ຈຸດອ່ອນ-ຄົງຄ້າງ, ສາເຫດທີ່ພາໃຫ້ມີຈຸດອ່ອນ ແລະ ບາງບົດ ຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ພ້ອມກັນຄົ້ນຄວ້າ, ຕົກລົງເປັນເອກະພາບຮັບຮອງເອົາທິດທາງແຜນການ ໃນ 5 ປີ ຕໍ່ໜ້າ (2021-2025)

ນອກຈາກນີ້, ກອງປະຊຸມໃຫຍ່ ຈະໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານຮອບດ້ານຕາມແນວທາງນະໂຍບາຍຂອງພັກ; ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້າ ແລະ ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ຄະນະພັກແຂວງຊຸດໃໝ່, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ສືບຕໍ່ຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາແຂວງໄຊສົມບູນ ໃຫ້ກ້າວຂຶ້ນເທື່ອລະກ້າວ.”


ໄລຍະ 5 ປີຜ່ານມາ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການສຶກສາອົບຮົມນຳພາການເມືອງ-ແນວຄິດ ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ ບັນດາມະຕິ, ຄຳສັ່ງຂອງພັກ, ລະບຽບກົດ ໝາຍຂອງລັດ ພ້ອມທັງເສີມຂະຫຍາຍມູນເຊື້ອທີເປັນເອກະລັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ປະຕິບັດແນວທາງປ່ຽນແປງໃໝ່ ທີມີຫລັກການຂອງພັກ ໂດຍສຸມໃສ່ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຄຽງຄູ່ກັນນັ້ນ ກໍໄດ້ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເຂດຈຸດສຸມໃຈກາງ ແລະ ແກ້ໄຂຄວາມບໍ່ສະຫງົບ ເຮັດໃຫ້ແຂວງໄຊສົມບູນ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍການປຸກລະດົມຂົນຂວາຍດຶງດູດເອົານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາມາລົງທຶນປະກອບສ່ວນພັດທະນາແຂວງນັບມື້ນັບຫລາຍຂຶ້ນ.


ຈາກໝາກຜົນດັ່ງກ່າວ, ໄດ້ປະກອບສ່ວນສຳຄັນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາສະເລ່ຍ 6,99% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ລາຍຮັບສະເລ່ຍໃສ່ຫົວຄົນບັນລຸໄດ້ 11 ລ້ານກວ່າກີບຕໍ່ຄົນຕໍ່ປີ, ໂຄງການລົງທຶນຂອງລັດມີທັງໝົດ 202 ໂຄງການ, ທົ່ວແຂວງມີເນື້ອທີ່ປູກເຂົ້າທັງໝົດ 11.000 ເຮັກຕາ, ສະເລຍສະມັດຕະພາບໄດ້ 2,48 ໂຕນຕໍ່ເຮັກຕາ,

ນອກຈາກນັ້ນ, ຍັງໄດ້ເອົາໃຈໃສ່ລົງຊຸກຍູ້ສົ່ງເສີມຜະລິດກະສິກຳເປັນສິນຄ້າຂອງປະຊາຊົນ ອັນພົນເດັ່ນແມ່ນການປູກຢ່າງພາລາ, ມັນຕົ້ນ ແລະ ໝາກກ້ຽງ. ປັດຈຸບັນທົ່ວແຂວງມີຄອບຄົວພົ້ນທຸກ 6.526 ຄອບຄົວ ເທົ່າກັບ 42,31%, ແກ້ໄຂຄອບຄົວທຸກຢາກໄດ້ 711 ຄອບຄົວ, ຄອບຄົວທຸກຍາກຍັງເຫລືອ 1.098 ຄອບຄົວ ເທົ່າກັບ 7,12%, ປັດຈຸບັນຍັງເຫລືອບ້ານທຸກຍາກ 10 ບ້ານ, ເມືອງທຸກຍາກຍັງ 4 ເມືອງ, ມີຄອບຄົວພັດທະນາ 7.799 ຄອບຄົວ ເທົ່າກັບ 50,57%, ສ້າງບ້ານພັດທະນາໄດ້ 4 ບ້ານ ລວມທັງໝົດທົວແຂວງ ມີບ້ານພັດທະນາທັງໝົດ 19 ບ້ານ ເທົ່າກັບ 21,35%.

ຂ່າວ: ພຸດທະສອນ ເວດສະວົງ

LEAVE A REPLY

Please enter your comment!
Please enter your name here