ໄຊຍະບູລີເລັ່ງເກັບກູ້ພືດລະດູຝົນໃຫ້ສໍາເລັດໃນທ້າຍເດືອນພະຈິກນີ້

0
1735

ໄຊຍະບູລີ: ຊາວກະສິກອນທົ່ວແຂວງໄຊຍະບູລີ ພວມຂຸ້ນຂ້ຽວເກັບກ່ຽວມ້ຽນມັດພືດລະດູຝົນຢ່າງເປັນຂະບວນ ເລີ່ມແຕ່ຕົ້ນເດືອນຕຸລາເປັນຕົ້ນມາ ແລະ ບາງຈຸດທີ່ມີເງື່ອນໄຂ ກໍ່ມີການກະກຽມປູກພືດລະດູແລ້ງ, ຄາດວ່າການເກັບກູ້ພືດລະດູຝົນທົ່ວແຂວງໄຊຍະບູລີ ແມ່ນຈະໃຫ້ສໍາເລັດໃນທ້າຍເດືອນພະຈິກນີ້.

ທ່ານ ແສງອາທິດ ລາວເບຼຍຢາທໍ່ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ເປີດດຜີຍຕໍ່ທີມຂ່າວແຂວງໄຊຍະບູລີວ່າ: ການຜະລິດລະດູຝົນຂອງຊາວກະສິກອນທົ່ວແຂວງໄຊຍະບູລີ ມີເນື້ອທີ່ແຜນການທັງໝົດ 158.041 ເຮັກຕາ ໃນນີ້ປູກເຂົ້ານາປີໃຫ້ໄດ້ 34.287 ເຮັກຕາ, ປະຕິບັດໄດ້ 35.910 ເຮັກຕາ ເທົ່າກັບ 104,73% ຂອງແຜນການ ແລະ ມາຮອດປະຈຸບັນເກັບກູ້ສໍາເລັດແລ້ວ 5.966,8 ເຮັກຕາ ເທົ່າກັບ 17%, ເຂົ້າໄຮ່ ໃນເນື້ອທີ່ 10.200 ເຮັກຕາ, ປະຕິບັດຕົວຈິງໄດ້ 12.316,54 ເຮັກຕາ ເທົ່າກັບ 120,75% ປະຈຸບັນເກັບກູ້ແລ້ວ 5.516,94 ເຮັກຕາ ເທົ່າກັບ 44,79%.

ສ່ວນການປູກພືດໃນເນື້ອທີ່ຕາມແຜນແມ່ນ 113.554 ເຮັກຕາ ປະຕິບັດຕົວຈິງໄດ້ 113.275,13 ເຮັກຕາ ເທົ່າກັບ 99,75%. ມາຮອດປະຈຸບັນແມ່ນເກັບກູ້ແລ້ວ 31.979,06 ເຮັກຕາ ເທົ່າກັບ 28%. ທ່ານ ແສງອາທິດ ລາວເບຼຍຢາທໍ່ ຍັງໃຫ້ຮູ້ຕື່ມວ່າ: ເພື່ອຮັບປະກັນໃຫ້ການຜະລິດລະດູແລ້ງທີ່ຈະມາເຖິງ ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງ ເວົ້າລວມເວົ້າສະເພາະກໍ່ຄືຂະແໜງປູກຝັງ ຈະໄດ້ລົງຕິດຕາມກວດກາບ່ອນທີ່ມີເງື່ອນໄຂປູກພືດລະດູແລ້ງ, ອານາໄມສ້ອມແປງຊົນລະປະທານຮ່ວມກັບກຸ່ມຊາວນາທີ່ໄດ້ຮັບຜົນປະໂຫຍດນໍ້າຈາກຊົນລະປະທານ ພ້ອມທັງວາງແຜນກຽມແນວພັນໃຫ້ຊາວກະສິກອນ ຄາດວ່າແຜນປູກເຂົ້ານາແຊງທົ່ວແຂວງ 2.300 ເຮັກຕາ, ຄາດຄະເນຜົນຜະລິດ 9.660 ໂຕນ. ການຜະລິດເຂົ້າເປັນສິນຄ້າສົ່ງອອກມີ 2 ບໍລິສັດ ຢູ່ເມືອງພຽງມີ 450 ເຮັກຕາ, ເມືອງໄຊຍະບູລີມີ 38 ເຮັກຕາ ແລະ ເມືອງຊຽງຮ່ອນ 100 ເຮັກຕາ.

ພ້ອມທັງຜະລິດເຂົ້າແນວພັນຈໍານວນ 34 ເຮັກຕາ; ໃນນີ້ເມືອງພຽງມີ 28 ເຮັກຕາ ແລະ ເມືອງໄຊຍະບູລີ 6 ເຮັກຕາ. ນອກນີ້ຍັງໄດ້ປູກພືດລະດູແລ້ງທົ່ວໄປ ເນື້ອທີ່ທັງໝົດ 17.279 ເຮັກຕາ, ຄາດຄະເນຜົນຜະລິດໄດ້ທັງໝົດ 174.934 ໂຕນ; ໃນນີ້ຄາດຄະເນປູກໝາກຖົ່ວເຫຼືອງຟັກສົດເພື່ອສົ່ງອອກຢູ່ 3 ເມືອງ ຄື: ເມືອງໄຊຍະບູລີ, ເມືອງພຽງ ແລະ ເມືອງຊຽງຮ່ອນ ມີເນື້ອທີ່ 1.283 ເຮັກຕາ ແລະ ປູກໝາກໂມເປັນສິນຄ້າຢູ່ 6 ເມືອງຄື: ເມືອງໄຊຍະບູລີ, ເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ, ເມືອງພຽງ ແລະ ເມືອງປາກລາຍ ມີເນື້ອທີ່ທັງໝົດ 1.250 ເຮັກຕາ.
ຂ່າວ: ບຸນທີ.

LEAVE A REPLY

Please enter your comment!
Please enter your name here