ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 11 ສະໄໝ ທີ X ປິດລົງດ້ວຍຜົນສຳເລັດ

0
5233

ກອງປະຊຸມຄົບຄະນະ ຄັ້ງທີ 11 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ ໄດ້ດຳເນີນຢ່າງເປັນທາງການ ແຕ່ວັນທີ 12 ແລະ ປິດລົງ ໃນວັັນ 16 ຕຸລາ 2020 ນີ້ ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໃນກອງປະຊຸມຄັ້ງນີ້ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ທີ່ປືກສາຄະນະບໍລິຫານງານສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກ ສົມບູນ ແລະ ສຳຮອງ ພ້ອມທັງເລຂາຄະນະພັກກະຊວງ-ອົງການ ແລະ ເລຂາພັກແຂວງ ເຂົ້າຮ່ວມ

ກອງປະຊຸມໄດ້ຄົ້ນຄວ້າຕີລາຄາສູງ ຕໍ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ທີ່ມີຜົນສໍາເລັດເປັນຢ່າງດີ, ເຮັດໃຫ້ປະເທດຊາດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຮັກສາໄດ້ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ລະບອບປະຊາທິປະໄຕ ປະຊາຊົນ ໄວ້ໄດ້ຢ່າງໝັ້ນຄົງ ແລະ ໜັກແໜ້ນ; ເສດຖະກິດ ເຖິງວ່າບໍ່ບັນລຸໄດ້ຕາມຄາດໝາຍແຜນການທີ່ວາງໄວ້ ແຕ່ກໍຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ບັນດາໂຄງການລົງທຶນໃຫຍ່ໆເຊັ່ນ: ໂຄງການສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການທາງດ່ວນ, ໂຄງການພັດທະນາ ແລະ ຂຸດຄົ້ນພະລັງງານ-ບໍ່ແຮ່, ໂຄງການກໍ່ສ້າງເຂດເສດຖະກິດພິເສດ ຕິດພັນກັບການຈັດສັນຕົວເມືອງຊົນນະບົດ, ໂຄງການສົ່ງເສີມດ້ານການທ່ອງທ່ຽວ ແລະ ໂຄງການສຳຄັນອື່ນໆ ກໍໄດ້ສືບຕໍ່ຈັດຕັ້ງປະຕິບັດໄປຕາມແຜນທີ່ກໍານົດໄວ້; ການພັດທະນາທາງດ້ານພື້ນຖານວັດຖຸເຕັກນິກ, ທາງດ້ານວັດທະນະທຳ-ສັງຄົມ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການພັດທະນາ ແລະ ເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າ ແລະ ມີຜົນສຳເລັດເປັນກ້າວໆ; ການປະຕິບັດມາດຕະການຕ້ານ-ປ້ອງກັນພະຍາດໂຄວິດ-19 ໄດ້ກໍ່ໃຫ້ເກີດຜົນສໍາເລັດໃນລະດັບດີສົມຄວນ.


ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ລົງເລິກຄົ້ນຄວ້າ ເອກະສານທີ່ມີຄວາມສຳຄັນຍຸດທະສາດ ຈໍານວນໜຶ່ງ ດັ່ງນີ້:


(1). ຜົນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2020 ແລະ ທິດທາງແຜນການວຽກງານປະຈໍາປີ 2021. ກອງປະຊຸມເປັນເອກະພາບຕໍ່ບັນດາທິດທາງມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ-ສັງຄົມ, ໂດຍສະເພາະໃນໄລຍະທີ່ເສດຖະກິດ ຖືກຜົນກະທົບຈາກພະຍາດປອດອັກເສບສາຍພັນໃໝ່ໂຄວິດ-19 ໄດ້ພະຍາຍາມປັບປຸງສະພາບແວດລ້ອມຂອງການລົງທຶນໃຫ້ມີຄວາມສອດຄ່ອງ ແລະ ສືບຕໍ່ຍູ້ແຮງການຜະລິດເປັນສິນຄ້າຕາມທ່າແຮງຂອງແຕ່ລະຂະແໜງການ ແລະ ແຕ່ລະທ້ອງຖິ່ນ, ມີການປັບປຸງການຄຸ້ມຄອງ ແລະ ສົ່ງເສີມການຜະລິດສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກເພື່ອສ້າງລາຍຮັບແຫ່ງຊາດໃຫ້ເພີ່ມຂຶ້ນ, ເອົາໃຈໃສ່ແກ້ໄຂການເຄື່ອນໄຫວທຸລະກິດ, ການບໍລິການ, ການແບ່ງຂັ້ນຄຸ້ມຄ່ອງ ແລະ ການປະສານງານ ລະຫວ່າງສູນກາງພັກ ທ້ອງຖິ່ນໃຫ້ມີຄວາມກົມກຽວຫຼາຍຂຶ້ນ, ກົນໄກການບໍລິຫານທີ່ມີຫຼາຍຂອດຫຼາຍຂັ້ນເລີ່ມມີການປັບປຸງແກ້ໄຂ; ສຸມໃສ່ແກ້ໄຂໜີ້ສິນສາທາລະນະ, ເລັ່ງປັບປຸງລັດວິສາຫະກິດຈຳນວນໜຶ່ງ ເຮັດໃຫ້ການດໍາເນີນທຸລະກິດມີປະສິດທິຜົນດີຂຶ້ນ, ລວມທັງເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂການຮົ່ວໄຫຼຂອງງົບປະມານຢ່າງເຂັ້ມງວດ; ຄຸ້ມຄອງການປະຕິບັດລະບຽບລາຍຈ່າຍບໍລິຫານ ກໍຄືການລົງທຶນຂອງລັດຢ່າງມີຈຸດສຸມ ແນໃສ່ສ້າງການຫັນປ່ຽນທີ່ແທ້ຈິງໃນຊຸມປີຕໍ່ໜ້າ.


(2). ການກະກຽມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ການກະກຽມດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX; ສະພາປະຊາຊົນແຂວງ ຊຸດທີ II. ກອງປະຊຸມເປັນເອກະພາບສູງ ທີ່ຖືເອົາບັ້ນເລືອກຕັ້ງໃນຄັ້ງນີ້ ເປັນເຫດການການເມືອງສໍາຄັນຂອງປະເທດຊາດ ໃນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ບັນລຸອຸດົມການ ກໍຄືທາດແທ້ ຂອງລັດ ທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ.ທັງນັ້ນກໍເພື່ອແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງໃນການຍົກສູງປະສິດທິພາບການເຄື່ອນໄຫວ ປະຕິບັດພາລະບົດບາດ, ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນເງື່ອນໄຂໃໝ່ ໃຫ້ພົ້ນເດັ່ນຂຶ້ນຕື່ມ.


(3). ກອງປະຊຸມໄດ້ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ໂດຍເນັ້ນໜັກໃສ່ບັນຫາທີ່ເປັນທັດສະນະພື້ນຖານ, ລັກສະນະນໍາໜ້າຂອງພັກ, ການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ບັນຫາການຢຶດໝັ້ນ ແລະ ຜັນຂະຫຍາຍແນວທາງປ່ຽນແປງໃໝ່, ບັນຫາການປົກປັກຮັກສາໝາກຜົນຂອງການປະຕິວັດ, ສ້າງການຫັນປ່ຽນໃໝ່ໃນການພັດທະນາ, ການຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ການນຳເອົາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.


ພ້ອມນັ້ນກອງປະຊຸມຍັງໄດ້ປະກອບຄຳເຫັນໃສ່ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໂດຍສຸມໃສ່ປຶກສາຫາລື ການປັບປຸງໂຄງປະກອບເສດຖະກິດ, ການກຳນົດໂຕເລກການເຕີບໂຕ GDP ແລະ ບັນຫາທີ່ເປັນພື້ນຖານ ໃນຂົງເຂດສັງຄົມ ເປັນຕົ້ນແມ່ນ ຂະແໜງທີ່ພົວພັນເຖິງການສ້າງຊັບພະຍາກອນມະນຸດ ກໍຄືສ້າງສັກກາຍະພາບໃຫ້ແກ່ຄົນລາວ, ການສົ່ງເສີມການສຶກສາ, ການເຂົ້າເຖິງແຫຼ່ງສາທາລະນະສຸກ ແລະ ການສົ່ງເສີມຄວາມສາມາດຂອງແຮງງານລາວ, ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຕາມທິດສ້າງຊົນນະບົດໃໝ່.


(4). ກອງປະຊຸມຍັງໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາຫຼື ແລະ ໃຫ້ທິດຊີ້ນຳຕໍ່ການປັບປຸງຮ່າງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຂໍ້ຕົກລົງວ່າດ້ວຍລະບອບ ແລະ ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃຫ້ສອດຄ່ອງ ແລະ ຮັບປະກັນຫຼັກການນຳພາຂອງພັກໃນສະພາບການໃໝ່, ຕີລາຄາ ແລະ ໃຫ້ການຊີ້ນຳ ການສືບຕໍ່ກະກຽມ, ດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກຂັ້ນຕ່າງໆ ແລະ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຮັບປະກັນເຮັດໃຫ້ພັກມີຄວາມປອດໃສ-ເຂັ້ມແຂງ ແລະ ໜັກແໜ້ນ.


ໃນຕອນທ້າຍຂອງກອງປະຊຸມ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນໜັກໃຫ້ທົ່ວພັກ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບ, ເພີ່ມທະວີຄວາມເອົາໃຈໃສ່, ນໍາພາ-ຊີ້ນໍາ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ໃຫ້ສູງຂຶ້ນຕື່ມອີກ. ພ້ອມກັນສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ກະຊວງ-ອົງການຢ່າງເປັນຂະບວນຟົດຟື້ນ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໃຫ້ ມີຜົນສໍາເລັດຢ່າງຈົບງາມ.


ຂ່າວ: ຫ້ອງວ່າການສູນກາງພັກ.ພາບ:ພູວຽງຄຳ

LEAVE A REPLY

Please enter your comment!
Please enter your name here