ແຂວງຫລວງພະບາງ ຍັງບໍ່ສາມາດຜະລິດເຂົ້າກຸ້ມກິນໄດ້ດ້ວຍຕົນເອງ

0
997

ມາຮອດປັດຈຸບັນ, ແຂວງຫລວງພະບາງ ຍັງບໍ່ສາມາດຜະລິດເຂົ້າກຸ້ມກິນໝົດປີເທື່ອ, ສະເລ່ຍເຂົ້າທີ່ຜະລິດໄດ້ໃສ່ຫົວຄົນພາຍໃນແຂວງໄດ້ຜູ້ລະ 200 ກ່ວາກິໂລເຂົ້າເປືອກຕໍ່ຄົນຕໍ່ປີ ເຮັດໃຫ້ເຂົ້າທີ່ຜະລິດໄດ້ເອງກຸ້ມກິນພຽງແຕ່ 9 ເດືອນໃນແຕ່ລະປີ ຈິ່ງຈໍາເປັນຕ້ອງນໍາເອົາເຂົ້າຈາກບັນດາແຂວງໃກ້ຄຽງເຂົ້າມາເພື່ອໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນແຂວງ.

ທ່ານ ສີວອນ ວົງຄໍາຈັນ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຫລວງພະບາງ ໃຫ້ສຳພາດວ່າ: ສາເຫດທີ່ເຮັດໃຫ້ບໍ່ສາມາດຜະລິດເຂົ້າກຸ້ມກິນ ຍ້ອນຫລວງພະບາງເປັນແຂວງພູດອຍທີ່ມີເນື້ອທີ່ທໍາການຜະລິດເຂົ້າບໍ່ຫລາຍ ແລະ ປະສົບກັບໄພ ພິບັດທາງທໍາມະຊາດ, ລວມເຖີງສັດຕີພືດທໍາລາຍໃນແຕ່ລະປີ. ພ້ອມນີ້ ຍ້ອນເປັນແຂວງທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າມາທ່ອງທ່ຽວເປັນຈໍານວນຫລາຍ ເຮັດໃຫ້ຄວາມຕ້ອງການໃນການບໍລິໂພກເຂົ້າ ກໍຄື ສະບຽງອາ ຫານດ້ານອື່ນຯ ເພີ່ມຂຶ້ນ. ຢ່າງໃດກໍຕາມ ນອກຈາກເຂົ້າແລ້ວ ໝາກໄມ້ຫລາຍຊະ ນິດຕ້ອງໄດ້ນຳເຂົ້າຈາກທັງພາຍໃນ ແລະ ຕ່າງປະເທດ ເຊັ່ນດຽວກັນເນື່ອງຈາກພາຍ ໃນແຂວງບໍ່ສາມາດປູກໄດ້. ສ່ວນການຜະລິດຊີ້ນ, ປາ, ໄຂ່, ພືດຜັກ ແລະ ອື່ນຯ ແມ່ນສາມາດຄໍ້າປະກັນໄດ້ກັບຄວາມຕ້ອງການບໍລິໂພກພາຍໃນແຂວງ.

.

ທ່ານ ສີວອນ ວົງຄໍາຈັນ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການຜະລິດເຂົ້ານັບມື້ກຸ້ມກິນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຈະເພີ່ມຄວາມເອົາໃຈໃສ່ຊຸກຍູ້ປະຊາຊົນແຕ່ລະທ້ອງຖິ່ນປູກເຂົ້າໃນເຂດທີ່ຕົນເອງມີເງື່ອນໄຂທັງນາປີ ແລະ ນາແຊງໃຫ້ຫລາຍເທົ່າທີ່ຫລາຍໄດ້, ພ້ອມນີ້ ຈະເອົາໃຈໃສ່ປັບປຸງສິ່ງອຳນວຍຄວາມສະດວກດ້ານການຜະລິດໃຫ້ດີຂຶ້ນ ຕິດພັນກັບການສົ່ງພະນັກງານວິຊາການລົງໄປແນະນໍາປະຊາ ຊົນທຳການຜະລິດຢ່າງຕໍ່ເນື່ອງ ແລະ ທົ່ວເຖີງແຕ່ລະທ້ອງຖິ່ນ ເພື່ອໃຫ້ເຂົາເຈົ້າຮູ້ນໍາໃຊ້ເຕັກນິກການຜະລິດແບບໃໝ່ທີ່ໃຫ້ຜົນຜະລິດສູງຂຶ້ນກ່ວາເກົ່າ.

ໂດຍ: ບຸນຕຽງ ຈັນທະວົງ

LEAVE A REPLY

Please enter your comment!
Please enter your name here