ແຂວງເຊກອງ ກໍານົດ 8 ວຽກແຜນປ້ອງກັນໂຄວິດ-19

0
1037

ເພື່ອສືບຕໍ່ເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ໃນເດືອນຕຸລາ (10) ປີ 2020 ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງເຊກອງໄດ້ກຳ­ນົດ 8 ວຽກ ເພື່ອສືບຕໍ່ປະຕິບັດໃຫ້ໄດ້ຮັບຜົນສໍາເລັດ.

ໃນວັນທີ 13 ຕຸລາ 2020 ທີ່ພະແນກສາທາລະນະສຸກແຂວງ ໄດ້ຈັດກອງປະຊຸມຕີລາຄາການເຄື່ອນໄຫວວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍມີທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ປະທານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ, ທ່ານ ດຣ. ຄໍາໄຫຼ ສັນຕິພູມ ຫົວໜ້າພະແນກສາທາລະນະສຸກແຂວງ, ບັນດາຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ ແລະ 4 ຕົວເມືອງເຂົ້າຮ່ວມ.

ທ່ານ ດຣ. ພູຂັນ ຈັນທະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງໄດ້ລາຍງານການເຄື່ອນໄຫວວຽກງານຂອງຄະນະສະເພາະຂັ້ນແຂວງ ກໍຄືບັນດາຂະແໜງການຂັ້ນແຂວງໃນເດືອນກັນຍາຜ່ານມາ, ພ້ອມທັງກໍານົດແຜນເຄື່ອນໄຫວໃນເດືອນຕຸລາ ໂດຍລວມມີ 8 ໜ້າວຽກຄື: 1). ແມ່ນສືບຕໍ່ຜັນຂະຫຍາຍແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1049 ລົງວັນທີ 30 ກັນຍາ 2020; 2). ຕິດຕາມເຝົ້າລະວັງ, ຮັບລາຍງານຈາກ 4 ຕົວເມືອງ ໂດຍສະເພາະແມ່ນກຸ່ມສ່ຽງຜູ້ທີ່ເດີນທາງມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19; 3). ເກັບຕົວຢ່າງພາຍໃນ 24-48 ຊົ່ວໂມງຂອງຜູ້ທີ່ມີຄວາມສ່ຽງໃຫ້ມີຄວາມວ່ອງໄວລະຫວ່າງເມືອງ-ແຂວງ.

4). ຕິດຕາມ ແລະສັງລວມຂໍ້ມູນຄົນຕ່າງປະເທດ, ຂໍ້ມູນຄວາມຄືບໜ້າການລະບາດຂອງພະຍາດໂຄວິດ-19; 5). ເຮັດໂຄສະນາສຸຂະສຶກສາໃຫ້ຮູ້ວິທີປ້ອງກັນ ແລະຮູ້ຜົນຮ້າຍຂອງພະຍາດໂຄວິດ-19 ຢ່າງທົ່ວເຖິງ ໂດຍສະເພາະເຂດຊາຍແດນເມືອງກະລຶມ ແລະເມືອງດາກຈຶງ; 6). ປະຕິບັດມາດຕະການຄວບຄຸມໃຫ້ເຂັ້ມງວດ ແລະເຄັ່ງຄັດຕາມສູນກັກກັນ; 7). ກະກຽມແຜນຮອງຮັບການນໍາເຂົ້າແຮງງານ, ກໍາມະກອນຂອງບໍລິສັດ ເພື່ອດໍາເນີນການຕາມຂັ້ນຕອນ ແລະ 8 ແມ່ນກຽມແຜນຮັບ-ສົ່ງນັກສຶກສາຈາກ ສສ ຫວຽດນາມເຂົ້າມາແຂວງເຊກອງ ແລະຈາກແຂວງເຊກອງໄປ ສສ ຫວຽດ ນາມ.

ໃນກອງປະຊຸມຄັ້ງນີ້ ຍັງຜ່ານແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ແຈ້ງການຂອງຫ້ອງວ່າການແຂວງ, ຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ແລະກອງເລຂາຂັ້ນແຂວງ, ການປະກອບຄໍາຄິດຄໍາເຫັນຂອງຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ແລະຕອນທ້າຍກໍໄດ້ຮັບຟັງການມີຄໍາເຫັນຊີ້ນໍາຂອງທ່ານຮອງເຈົ້າແຂວງ ທັງນີ້ ກໍເພື່ອເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນເດືອນຕຸລາມີປະສິດທິຜົນດີຂຶ້ນ ແລະບໍ່ໃຫ້ພະຍາດດັ່ງກ່າວ ເກີດຂຶ້ນຢູ່ແຂວງເຊກອງພວກເຮົາ.

LEAVE A REPLY

Please enter your comment!
Please enter your name here