ພາກກາງພາກໃຕ້ກຽມຮັບມືພາຍຸລິນຟາ 11-13 ຕຸລານີ້

0
2375

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງ​ເຕືອນພາຍຸ Linfa ຈະພັດເຂົ້າລາວຄືນນີ້ ຈະເຮັດໃຫ້ຝົນຕົກໜັກ ຫາ ໜັກຫຼາຍຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໄລຍະວັນທີ 11 ຫາ 13 ຕຸລາ 2020 ນີ້

ພະຍາກອນອາກາດປະຈຳວັນທີ 11/10/2020 ເນື່ອງຈາກວ່າ ພາຍຸໝຸນເຂດຮ້ອນ ລິນຟາ (Linfa) ຫົວທີ 15 ປະຈາປີ 2020 ທີ່ກໍາລັງກໍ່ຕົວຢູ່ທະເລຈີນໃຕ້ ຊຶ່ງໃນເວລາ 7:00 ໂມງ ຂອງວັນທີ 11 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 14.7 ອົງສາເໜືອ ແລະ ເສັ້ນແວງທີ 109.5 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ຄາດຄະເນວ່າ ພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງເຂດພາກໃຕ້ຂອງ ສສ ຫວຽດນາມ ໃນຄໍ່າຄືນຂອງມື້ນີ້ ແລະ ຈະສືບຕໍ່ເຄື່ອນເຂົ້າຜ່ານທາງພາກໃຕ້ ຫາ ພາກກາງຂອງປະເທດລາວ. ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 11 ຫາ 13 ຕຸລາ 2020 ນີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນ້ຳຖ້ວມຊູ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ. ພ້ອມນີ້ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ

ພາບນໍ້າຖ້ວມທີ່ ເມືອງເຮວ້ ປະເທດຫວຽດນາມ ວັນທີ 11 ຕຸລາ 2020

.

.

.

.

LEAVE A REPLY

Please enter your comment!
Please enter your name here