ລົດເມໄປທອດກັນຖິນຕໍາກັບລົດໄຟເສຍຊີວິດຫຼາຍກວ່າ 20 ຄົນທີ່ປະເທດໄທ

0
4101

ຂ່າວຕ່າງປະເທດ: ເຊົ້າວັນທີ 11 ຕຸລາ 2020 ກູ້ໄພທີ່ປະເທດໄທ ໄດ້ລາຍງານເຫດການດ່ວນ, ເກີດອຸບັດຕິເຫດລົດໄຟຕໍາກັບລົດເມ ທີ່ສະຖານີລົດໄຟ ຄລອງແຂວງກັ່ນ ໝູ່ 7 ຕໍາບົນ ບາງເຕີຍ ອໍາເພີ ເມືອງ ຊະເຊີງເຊົາ. ທາງເຈົ້າໜ້າທີ່ ຕໍາຫຼວດ ບາງນໍ້າປ້ຽວ ໄດ້ເຂົ້າກວດສອບສາເຫດ. ໂດຍເບື້ອງຕົນມີຄົນເສຍຊີວິດຫຼາຍກວ່າ 20 ຄົນ.

ຈາກການກວດສອບຂໍ້ມູນເບື້ອງຕົນ ລົດເມຄັນດັ່ງກ່າວ ແມ່ນກໍາລັງຈະໄປທອດກັນຖິນ ເຊິ່ງເດີນທາງມາແຕ່ ຈັງຫວັດ ສະມຸດປະການ ເພື່ອຈະໄປວັດ ບາງປລານັກ ຈັ່ງຫວັດ ຊະເຊີງເຊົາ. ລົດເມມີຜູ່ໂດຍສານທັງໝົດປະມານ 60 ຄົນ. ຄາດການສາເຫດເບື້ອງຕົ້ນອາດມາຈາກການບໍ່ລຶ້ງເສັ້ນທາງ. ໂດຍຜູ່ຢູ່ໃນເຫດການໃດ້ໃຫ້ຂໍ້ມູນວ່າ ຕອນເກີດເຫດ ບໍ່ມ່ີໄມ້ກັ້ນທາງ ແລະ ຄົນຂັບອາຈະບໍ່ໄດ້ຍິນສຽງລົດໄຟ ຂະນະທີ່ລົດໄຟບີດແກ່ໃຫ້ສັນຍານ ເຖິງ 3​ຄັ້ງ ກ່ອນເກີດເຫດສະຫຼົດດັ່ງກ່າວ.

ທາງເຈົ້າໜ້າທີ່ທາງການຂອງໄທ ຈະດໍາເນີນການກວດຫາສາເຫດທີ່ແທ້ຈິງຕໍ່ໄປ.

.

.

LEAVE A REPLY

Please enter your comment!
Please enter your name here