ອຸບັດຕິເຫດກາງເດິກໜ້າເປັນຫ່ວງ ລົດມີໜ້ອຍແຕ່ຕໍາກັນຫຼາຍ ເຈັບ 3 ຄົນໄຟແດງຫຼັກ 5 ນະຄອນຫຼວງວຽງຈັນ

0
2314

ນະຄອນຫຼວງວຽງຈັນ: ວັນທີ 11/10/2020 ເວລາ 02:17 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດຈັກ. ຈຸດເກີດເຫດແມ່ນໄຟແດງຫໍປະຊຸມຫລັກ 5 ນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພອອກກວດສອບເຫດພົບວ່າ ມີລົດຈັກຕໍາກັນ 2 ຄັນ ສະພາບເພເສຍຫາຍສົມຄວນ ແລະ ມີຄົນເຈັບ 3 ຄົນ:

  • ຜູ້ທີ 1:ເພດຊາຍ ອາຍຸ 22 ປີ ອາຊີບປະຊາຊົນ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນມີບາດແຜຢູ່ຫນ້າຜາກແລະຂໍ້ຕີນ.
  • ຜູ້ທີ 2:ເພດຊາຍ ອາຍຸ 22 ປີ ອາຊີບປະຊາຊົນ ບ້ານ ຕາດທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນປາກແຕກແລະບາດແຜຕາມໃບຫນ້າ.
  • ຜູ້ທີ3:ເພດຍິງ ອາຍຸປະມານ 20-25ປີ ບໍ່ສາມາດຮູ້ຂໍ້ມູນທີ່ຢູ່ໄດ້. ອາການເບື້ອງຕົ້ນແມ່ນມີບາດແຜຢູ່ບໍລິເວນຫນ້າແລະມືທັງສອງເບື້ອງ(ສະລຶມສະລື).

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150 ຕຽງ. ສ່ວນສາເຫດຂອງອຸບັດຕິເຫດ ຄັ້ງນີ້ ເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນການກວດສອບຕໍ່ໄປ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:

  • ຊື່ບັນຊີ: FOUNDATION FOR ASSISTING POOR PEOPLE OF LAO PDR.
  • ເລກບັນຊີ: 092-12-00-01026649-001 LAK

LEAVE A REPLY

Please enter your comment!
Please enter your name here