ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຢ້ຽມຢາມກອງພັນ 19 ທະຫານແຂວງຜົ້ງສາລີ

0
1320

ກອງທັບ: ວັນທີ 7 ຕຸລາ ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ ລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ລົງຢ້ຽມຢາມ ກອງພັນ19 ທະຫານແຂວງຜົ້ງ ສາລີ, ກອງພັນວິລະຊົນເຊິ່ງເປັນ ກົມກອງທີ່ລັດຖະມົນຕີກະຊວງ ປ້ອງປະເທດເຄີຍປະຈຳການ ໃນ ສະໄໝສົງຄາມຕໍ່ສູ້ກູ້ຊາດ, ມີສະ ຫາຍ ຄຳຜອຍ ວັນນະສານ ເລຂາພັກແຂວງ ເຈົ້າແຂວງຜົ້ງສາ ລີ, ການນຳແຂວງ, ຄະນະພັກ-ຄະນະບັນຊາທະຫານ, ຕຳຫຼວດ, ພະນັກງານ-ນັກຮົບໃຫ້ການຕ້ອນ ຮັບ.

ສະຫາຍ ພັນໂທ ວິໄລ ແພງ ສົມເຮືອງ ກຳມະການຄະນະພັກ ກອງບັນຊາການ ເລຂາຄະນະພັກ ຮາກຖານ ຫົວໜ້າການເມືອງ ກອງພັນ 19 ໄດ້ລາຍງານໜ້າທີ່ ການເມືອງ ໃນໄລຍະຜ່ານມາ ກ່ຽວກັບຂົງເຂດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ, ເຊິ່ງຄະນະພັກ-ຄະນະບັນຊາພວກເຮົາໄດ້ເອົາໃຈສຶກສາອົບຮົມ ວຽກງານການເມືອງ-ນຳພາ ເເນວຄິດເປັນຫຼັກເຮັດໃຫ້ພະ ນັກງານ-ນັກຮົບມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ,ຫັນລົງກໍ່ສ້າງ ຮາກຖານການເມືອງພັດທະນາ ຊົນນະບົດຮອບດ້ານຕາມ 4 ເນື້ອ ໃນ 4 ຄາດໝາຍໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ເອົາ ໃຈໃສ່ປັບປຸງກຳລັງໃຫ້ໜັກແໜ້ນ ເຂັ້ມແຂງ,ຖືເອົາວຽກງານອົບ ຮົມ-ຫັດແອບເປັນສຳຄັນເຮັດ ໃຫ້ພະນັກງານ-ນັກຮົບກຳແໜ້ນ ທິດສະດີຫຼັກການທາງດ້ານສິ ລະປະຍຸດ-ຍຸດທະວິທີຂັ້ນພື້ນ ຖານຂອງທະຫານຮາບ, ພ້ອມ ນັ້ນຍັງໄດ້ປະຕິບັດນໍ້າໃຈເພິ່ງຕົນ ເອງ ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ ເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບຈົ່ງພ້ອມກັນ ເສີມຂະຫຍາຍທາດແທ້ມູນເຊື້ອ ວີລະຊົນຂອງກອງທັບປະຕິວັດ ເຮົາ, ກໍຄືກົມກອງພວກສະຫາຍ ໃຫ້ສົມກັບເປັນກອງພັນວີລະ ຊົນເພື່ອເປັນບົດຮຽນ ແລະ ບ່ອນອີງໃນການໝູນໃຊ້ເຂົ້າໃນ ໜ້າທີ່ການເມືອງຂອງຕົນ, ຢາກ ເຮັດໃດ້ແນວນັ້ນຄະນະພັກ-ຄະ ນະບັນຊາທຸກຂັ້ນຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດສິນທຳປະຕິວັດ, ຖືເອົາວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານເປັນໜ້າ ທີ່ຂອງໝົດທຸກຄົນ,

ສະນັ້ນຮຽກ ຮ້ອງໃຫ້ພະນັກງານນຳພາບັນ ຊາແຕ່ລະຂັ້ນຕ້ອງເປັນເສນາທິ ການໃຫ້ຂັ້ນເທິງທາງດ້ານເຮັດ ໃຫ້ສະພາບມີຄວາມສະຫງົບ ປອດໄພ,ໃນການເສີມຂະຫຍາຍ ທາດແທ້ມູນເຊື້ອປະຕິວັດຂອງ ກອງທັບເຮົາເພື່ອຜັນຂະຫຍາຍ ໃຫ້ຄົນລຸ້ນໜຸ່ມສືບທອດປ່ຽນ ແທນໃຫ້ເຂົ້າໃຈແຈ້ງຕໍ່ກັບຂົງ ເຂດວຽກງານ ປກຊ-ປກສ ທົ່ວ ປ່ວງຊົນຮອບດ້ານ, ຫັນເອົາພະ ນັກງານລົງກໍ່ສ້າງຮາກຖານ ການເມືອງໃຫ້ເຂັ້ມແຂງແບບມູນ ເຊື້ອ ແລະ ຍາວນານຊອກໃຫ້ ເຫັນບັນຫາຂໍ້ຄົງຄ້າງອັດຕັນ ທ່ວງດຶງຕໍ່ກັບການພັດທະນາກົມ ກອງຂອງພວກສະຫາຍແລ້ວ ຮີບຮ້ອນພ້ອມກັນແກ້ໄຂໃຫ້ ທ່ວງທັນແລະອື່ນໆທີ່ກ່ຽວພັນຢູ່ ຕາມຊາຍແດນໃຫ້ມີຄວມສະ ຫງົບໂດຍພື້ນຖານ, ເອົາໃຈອົບ ຮົມ-ຫັດແອບເປັນສຳຄັນ,ໄປ ຄ່ຽງຄູ່ກັນນັ້ນກໍຕ້ອງປະຕິບັດນຳ້ ໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ສຸມໃສ່ການປູກ,ການລ້ຽງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນ ຂອງຕົນໂອກາດນີ້, ສະຫາຍລັດ ຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິ ໂພກໃຫ້ກອງພັນ 19 ຕື່ມອີກ.

ໂດຍ: ວັນໄຊ ໄຊສະຫວັດ

LEAVE A REPLY

Please enter your comment!
Please enter your name here