ເມືອງແກ່ນທ້າວ ມອບ-ຮັບ ສິນເຊື່ອກອງທຶນລ້ຽງງົວ ເພື່ອຊ່ວຍເຫຼືອຄອບຄົວທຸກຍາກ

0
1103

ພິທີມອບ-ຮັບສິນເຊື້ອກອງທຶນລ້ຽງງົວ ເພື່ອຊວ່ຍເຫຼືອຄອບຄົວທຸກຍາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2020 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງໆແກ່ນທ້າວ, ທ່ານ ຄໍາເກິ່ງ ພັນລັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ຄອບຄົວເປົ້າໝາຍຮັບສິນເຊື້ອເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ສົມພານ ຫານສົງຄາມ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແກ່ນທ້າວ ໄດ້ລາຍງານວ່າ: ກອງທຶນດັ່ງກ່າວ ໄດ້ຮັບທຶນຈາກຫ້ອງການກໍ່ສ້າງຮາກຖານການເມືອງຂອງແຂວງ ເປັນກອງທຶນສົ່ງເສີມການລ້ຽງສັດໂດຍສະເພາະ ຈໍານວນ 50.000.000ກີບ. ໃນປີ 2010 ໄດ້ປ່ອຍກູ້ກອງທຶນດັ່ງກ່າວ ໃຫ້ປະຊາຊົນຜູ້ມີເງື່ອນໄຂຢູ່ບ້ານດອນເມນກໍານົດສັນຍາ 5 ປີ.

ຫຼັງຈາກໝົດສັນຍາໄດ້ນໍາເອົາເງິນກອງທຶນດັ່ງກ່າວ ໃຫ້ທ້າວ ລ້ອຍ ສະຖິຕັນປະຊາຊົນບ້ານວັງປາ ແລະ ທ້າວ ວົງ ວິຊຽນ ປະຊາຊົນບ້ານຫົວຂົວ ກູ້ຢືມຊື້ງົວມາລ້ຽງ ຄອບຄົວລະ 25.000.000 ກີບ ດອກເບ້ຍ 5% ຕໍ່ປີ ກໍານົດສັນຍາ 5 ປີ. ຜ່ານການລົງຕິດຕາມເຫັນວ່າທ້າວ ລ້ອຍ ສະຖິຕັນ ເມື່ອກ່ອນມີງົວ 5 ໂຕ, ເພີ່ມຂຶ້ນ 11 ໂຕ ເປັນ 16 ໂຕ ແລະ ທ້າວ ວົງ ວິຊຽນ ເມື່ອກ່ອນມີງົວ 3 ໂຕ ເພີ່ມຂຶ້ນ 9 ໂຕ ເປັນ 12 ໂຕ ມາຮອດປັດຈຸບັນແມ່ນໝົດສັນຍາແລ້ວ.

ຈາກນັ້ນ, ທ້າວ ລ້ອຍ ສະຖິຕັນ ແລະ ທ້າວ ວົງ ວິຊຽນ ໄດ້ມອບເງິນສິນເຊື່ອຄືນໃຫ້ກອງທຶນ ເປັນກຽດຮັບໂດຍທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງໆແກ່ນທ້າວ ແລະ ໄດ້ມອບສິນເຊື່ອດັ່ງກ່າວໃຫ້ປະຊາຊົນບ້ານຫ້ວຍຫຼອດ ແລະ ບ້ານນາຫີນ ກູ້ຢືມຕໍ່ ຈໍານວນ 2 ຄອບຄົວ ຄອບຄົວລະ 25.000.000 ກີບ ສັນຍາ 3 ປີ ດອກເບ້ຍ 5%ຕໍ່ປີ.

(ຂ່າວ: ຖວທ ແກ່ນທ້າວ)

LEAVE A REPLY

Please enter your comment!
Please enter your name here