ທີມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ມື້ນີ້ຈະຍ່າງ 7 ຊົ່ວໂມງໄປເຂດບ້ານຊົນເຜົ່າ

0
5650

ນະຄອນຫຼວງວຽງຈັນ: ການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ທີ່ນໍ້າປຽນ ຢໍລະປາ ໃນວັນທີ 7 ຕຸລາ 2020 ໝົດມື້ ເປັນວັນທີ 5 ແມ່ນຍັງຄົງໄຮ້ວີແວວ ແລະ ຮ່ອງຮອຍ ຂອງພໍ່ຕູ້. ເຖິງຢ່າງໃດກໍ່ດີ, ໃນຕອນເຊົ້າວັນທີ 8 ຕຸລາ 2020, ທາງຍາດພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຫຼາຍຮ້ອຍຄົນ ຍັງຄົງບໍ່ສິ້ນຫວັງ ແລະ ໄດ້ເລີ່ມ ປະຕິບັດ ພາລະກິດ ຄົ້ນຫາ ເປັນວັນທີ 6 ແລະ ມີຄວາມຫວັງຈະຕ້ອງພົບພໍ່ຕູ້ໃຫ້ໄດ້.

.

ຈາການລາຍງານຂອງຫຼານຊາຍພໍ່ຕູ້ພວງ Nick Metallic Dokkhaithong ພາລະກິດມື້ນີ້ ແມ່ນຈະໄປຊອກຫາພໍ່ຕູ້ ເຂດບ້ານຊົນເຜົ່າ ເຊິ່ງ ອ້າຍນ້ອງທະຫານ ທີ່ຈະເດີນທາງໄປຄົ້ນຫາ ຕ້ອງຍ່າງໄປເປັນເວລາປະມານ 7 ຊົ່ວໂມງ ຈິ່ງຈະຮອດເຂດບ້ານດັ່ງກ່າວ ແລະ ພາວະນາຂໍໃຫ້ພົບພໍ່ຕູ້.

.

ຂໍ້ມູນເພີ້ມເຕີມກ່ຽວກັບການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ລາຍລະອຽດດັ່ງນີ້:

ວັນທີ 03/10/2020 ພໍ່ຕູ້ພວງ ອາຍຸ 95 ປີ, ພ້ອມດ້ວຍຫຼານ 2 ຄົນ ອາຍຸ 32 ປີ ( ເປັນຫຼານສາວ ແລະ ຫຼານເຂີຍ ), ເຫຼນ3 ຄົນ ອາຍຸ 12 ປີ, 9 ປີ ແລະ 5 ປີ ຕາມລຳດັບ ລວມແລ້ວມານຳກັນທັງໝົດ 6 ຄົນ, ໃດ້ມາເຖິງສູນຂໍ້ມູນຂອງສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າເວລາ 12:15 ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 12:30 ທັງ 6 ຄົນໃດ້ໄປຮອດເຂດຮ້ານອາຫານ ( ເຂດປິກນິກ ແລະ ສວນນໍ້າ ), ແລ້ວໃຫ້ພໍ່ຕູ້ອາຍຸ 95 ປີ ກັບເຫຼນອາຍຸ 12 ປີລໍຖ້າຢູ່ເຂດຮ້ານອາຫານ ສ່ວນທີ່ເຫຼືອແມ່ນໃດ້ໄປຫຼິ່ນກິດຈະກຳ ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 13:12 ນາທີ ເຫັນພໍ່ຕູ້ລົງໄປຢ່າງຂົວອູເພື່ອຂ້າມນໍ້າໄປຫາເຂດຕູບປິກນິກ ເຊິ່ງເຂດດັ່ງກ່າວຈະມີປ່າດົງຕຶບໜາ ແລະ ເຊື່ອມຕໍ່ກັບປ່າສະຫງວນທີ່ກວາງໃຫຍ່ ເຊິ່ງເປັນຄັ່ງສຸດທ້າຍທີ່ເຫັນພໍ່ຕູ້ຢູ່ໃນເຂດສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ( ຂໍ້ມູນຈາກກ້ອງວົງຈອນປິດ ).

– ເວລາ 14:15 ຫຼານ ແລະ ເຫຼນ 4 ຄົນທີ່ໄປຫຼິນກິດຈະກຳໃດ້ກັບມາຮອດຮ້ານອາຫານ ແລ້ວພົບເຫັນແຕ່ເຫຼນອາຍຸ 12 ປີນັ່ງຢູ່ຄົນດຽວບໍ່ເຫັນພໍ່ຕູ້ ຜູ້ເປັນຫຼານເຂີຍຈຶ່ງໃດ້ແຈ້ງພະງານຂອງນໍ້າປຽນຢໍລະປ່າ

– ຫຼັງຈາກນັ້ນຍາດພີ່ນ້ອງ, ພະນັກງານສະຖານທີ່ທ່ອງທ່ຽວ, ເຈົ້າໜ້າທີ່ທະຫານ-ຕຳຫຼວດ ອຳນາດການປົກຄອງຂອງເມືອງປາກງຶ່ມ ແລະ ໜ່ວຍກູ່ໄພ 200 ກວາຄົນໃດ້ລະດົມກັນຊອກຫາທັງເວັນທັງຄືນຕາມປ່າເຂດໄກ່ຄຽງແຕ່ຈົນມາຮອດປະຈຸບັນຍັງບໍ່ພົບເຫັນພໍ່ຕູ້ເທື່ອ

– ຊ່ວງເວລາປະມານ 15:00 ຫາ 16:00 ຂອງວັນທີ 03/10/2020 ມີປະຊາຊົນພົບເຫັນພໍ່ຕູ້ຢູ່ນອກເຂດສະຖານທີ່ທ່ອງທຽວນໍ້າປຽນຢໍລະປ່າ ເຊິ່ງນັງຢູ່ຕູບແຄມທາງໃຫຍ່ ຕິດກັບທາງແຍກທີ່ຈະເຂົ້າໄປຫານໍ້າປຽນຢໍລະປ່າ ( ຂໍ້ມູນຈາກປະຊາຊົນທີ່ພົບເຫັນໃດ້ແຈ້ງບອກລູກຫຼານຂອງພໍ່ຕູ້ໃນມື້ຕໍ່ມາ ແຈ້ງວັນທີ 4/10/2020 )

– ມາຮອດປະຈຸບັນ ວັນທີ 8 ຕຸລາ 2020 ຍັງບໍ່ທັນພົບເຫັນພໍ່ຕູ້ເທື່ອ ແຕ່ທີມຄົ້ນຫາກໍ່ຍັງສືບຕໍ່ຄົ້ນຫາຢູ່

ຖ້າທ່ານໃດພົບເຫັນພໍ່ຕູ້ເຊິ່ງໃສ່ຊຸດຕາມຮູບທີ່ໂພດລົງນີ້ ຊ່ວຍແຈ້ງລູກຫຼານເພີ່ນແນ່ເບີ: 02054700555.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ລາຍງານຈາກພາກສະໜາມ ປະຕິບັດການຄົ້ນຫາ #ພໍ່ຕູ້ພວງຫຼົງປ່າ ຮອດເວລາ 18:30 ວັນທີ່ 6 ຕຸລາ 2020 ເປັນມື້ທີ່ 4 ຂອງຄວາມພະຍາຍາມຂອງລູກຫຼານ, ເຈົ້າໜ້າທີ່ ແລະ ຫຼາຍພາກສ່ວນ ແຕ່ຍັງໄຮ້ວີແວວ ຜູ່ສູນຫາຍ.

ການຄົ້ນຫາມື້ນີ້ແມ່ນໄດ້ໃຊ້ໝາດົມກິ່ນຫຼາຍໂຕ ຍ່າງຄົ້ນຫາຫຼາຍໜ່ວຍພູ ຈາກຈຸດທີ່ພົບເຫັນພໍ່ຕູ້ຫຼ້າສຸດ ກ່ອນສູນຫາຍ.

ນອກຈາກ ບັນດາເຈົ້າໜ້າທີ່ ແລະ ອາສາກູ້ໄພ ທີ່ໄດ້ເຂົ້າມາຊອກຫາພໍ່ຕູ້ພວງ, ນໍ້າໃຈຈາກຫຼາຍກໍ່ໄດ້ແບ່ງເບົາສົ່ງຍື່ນ ອາຫານການກິນ ແກ່ທີມງານຄົ້ນຫາ. ກໍ່ສະແດງຄວາມຊົມເຊີຍທຸກທ່ານທີ່ຮ່ວມຊ່ວຍເຫຼືອໃນຄັ້ງນີ້.

.

ມື້ອື່ນ 7/10/2020 ກໍ່ຈະສືບຕໍ່ຄົ້ນຫາພໍ່ຕູ້ຈົນກວ່າຈະພົບ. ເປັນກໍາລັງໃຈແກ່ທຸກພາກສ່ວນ.

ສະຫຼຸບຫຍໍ້

ຂໍ້ມູນເພີ້ມເຕີມກ່ຽວກັບການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ລາຍລະອຽດດັ່ງນີ້:-

ວັນທີ 03/10/2020 ພໍ່ຕູ້ພວງ ອາຍຸ 95 ປີ, ພ້ອມດ້ວຍຫຼານ 2 ຄົນ ອາຍຸ 32 ປີ ( ເປັນຫຼານສາວ ແລະ ຫຼານເຂີຍ ), ເຫຼນ3 ຄົນ ອາຍຸ 12 ປີ, 9 ປີ ແລະ 5 ປີ ຕາມລຳດັບ ລວມແລ້ວມານຳກັນທັງໝົດ 6 ຄົນ, ໃດ້ມາເຖິງສູນຂໍ້ມູນຂອງສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າເວລາ 12:15 ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 12:30 ທັງ 6 ຄົນໃດ້ໄປຮອດເຂດຮ້ານອາຫານ ( ເຂດປິກນິກ ແລະ ສວນນໍ້າ ), ແລ້ວໃຫ້ພໍ່ຕູ້ອາຍຸ 95 ປີ ກັບເຫຼນອາຍຸ 12 ປີລໍຖ້າຢູ່ເຂດຮ້ານອາຫານ ສ່ວນທີ່ເຫຼືອແມ່ນໃດ້ໄປຫຼິ່ນກິດຈະກຳ ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 13:12 ນາທີ ເຫັນພໍ່ຕູ້ລົງໄປຢ່າງຂົວອູເພື່ອຂ້າມນໍ້າໄປຫາເຂດຕູບປິກນິກ ເຊິ່ງເຂດດັ່ງກ່າວຈະມີປ່າດົງຕຶບໜາ ແລະ ເຊື່ອມຕໍ່ກັບປ່າສະຫງວນທີ່ກວາງໃຫຍ່ ເຊິ່ງເປັນຄັ່ງສຸດທ້າຍທີ່ເຫັນພໍ່ຕູ້ຢູ່ໃນເຂດສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ( ຂໍ້ມູນຈາກກ້ອງວົງຈອນປິດ ).

– ເວລາ 14:15 ຫຼານ ແລະ ເຫຼນ 4 ຄົນທີ່ໄປຫຼິນກິດຈະກຳໃດ້ກັບມາຮອດຮ້ານອາຫານ ແລ້ວພົບເຫັນແຕ່ເຫຼນອາຍຸ 12 ປີນັ່ງຢູ່ຄົນດຽວບໍ່ເຫັນພໍ່ຕູ້ ຜູ້ເປັນຫຼານເຂີຍຈຶ່ງໃດ້ແຈ້ງພະງານຂອງນໍ້າປຽນຢໍລະປ່າ

– ຫຼັງຈາກນັ້ນຍາດພີ່ນ້ອງ, ພະນັກງານສະຖານທີ່ທ່ອງທ່ຽວ, ເຈົ້າໜ້າທີ່ທະຫານ-ຕຳຫຼວດ ອຳນາດການປົກຄອງຂອງເມືອງປາກງຶ່ມ ແລະ ໜ່ວຍກູ່ໄພ 200 ກວາຄົນໃດ້ລະດົມກັນຊອກຫາທັງເວັນທັງຄືນຕາມປ່າເຂດໄກ່ຄຽງແຕ່ຈົນມາຮອດປະຈຸບັນຍັງບໍ່ພົບເຫັນພໍ່ຕູ້ເທື່ອ

– ຊ່ວງເວລາປະມານ 15:00 ຫາ 16:00 ຂອງວັນທີ 03/10/2020 ມີປະຊາຊົນພົບເຫັນພໍ່ຕູ້ຢູ່ນອກເຂດສະຖານທີ່ທ່ອງທຽວນໍ້າປຽນຢໍລະປ່າ ເຊິ່ງນັງຢູ່ຕູບແຄມທາງໃຫຍ່ ຕິດກັບທາງແຍກທີ່ຈະເຂົ້າໄປຫານໍ້າປຽນຢໍລະປ່າ ( ຂໍ້ມູນຈາກປະຊາຊົນທີ່ພົບເຫັນໃດ້ແຈ້ງບອກລູກຫຼານຂອງພໍ່ຕູ້ໃນມື້ຕໍ່ມາ ແຈ້ງວັນທີ 4/10/2020 )

– ມາຮອດປະຈຸບັນ (5/10/2020) ຍັງບໍ່ທັນພົບເຫັນພໍ່ຕູ້ເທື່ອ ແຕ່ທີມຄົ້ນຫາກໍ່ຍັງສືບຕໍ່ຄົ້ນຫາຢູ່ ຖ້າທ່ານໃດພົບເຫັນພໍ່ຕູ້ເຊິ່ງໃສ່ຊຸດຕາມຮູບທີ່ໂພດລົງນີ້ ຊ່ວຍແຈ້ງລູກຫຼານເພີ່ນແນ່ເບີ: 02054700555.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ໃນເຊົ້າວັນທີ 6 ຕຸລາ 2020 ເປັນມື້ທີ 4 ຂອງປະຕິບັດການຄົ້ນຫາ. ເຊິ່ງທາງເຈົ້າໜ້າທີ່ຫຼາຍພາກສ່ວນ ປະກອບມີ ທະຫານ, ຕໍາຫຼວດ, ກູ້ໄພ, ກອງຫຼອນ ແລະ ເຈົ້າໜ້າທີ່ ແຫຼ່ງທ່ອງທ່ຽວ ນໍ້າປຽນຢໍລະປາ. ຕ່າງກໍ່ໄດ້ສຸມທຸກເຮື່ອແຮງ ແລະ ຄວາມພະຍາຍາມຄົ້ນຫາ.

ນອກຈາກ ການໃຊ້ກໍາລັງຄົນພາກພື້ນດິນແລ້ວ ຍັງໄດ້ໃຊ້ ໂດຣນຈັບຄື້ນຄວາມຮ້ອນບິນຄົ້ນຫາ ໃນຕອນຄືນ, ແຕ່ກໍ່ຍັງບໍ່ສາມາດຄົ້ນຫາ ຜູ່ສູນຫາຍ.

ເຊົ້າມື້ນີ້ ການຄົ້ນຫາ ໄດ້ເລີ່ມແຕ່ເຊົ້າ ໂດຍໄດ້ເສີມກໍາລັງພາກພື້ນດິນ, ໝາດົມກິ່ນ ແລະ ພົນທະຫານ ຕໍາຫຼວດ ພິເສດ ຈໍານວນຫຼາຍ. ໂດຍຫວັງຈະໃຫ້ພົບພໍ່ຕູ້ໃຫ້ໄດ້ໃນມື້ນີ້.

ເປັນກໍາລັງໃຈໃຫ້ທຸກພາກສ່ວນ ທີ່ຮ່ວມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ໃນຄັ້ງນີ້.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ລາຍງານຈາກທີມງານຄົ້ນຫາພໍ່ຕູ້ພວງ ອາຍຸ 95 ປີ ທີ່ຫຼົງປ່າ ຢູ່ແຫ່ງທ່ອງທ່ຽວ ນໍ້າປຽນຢໍລະປາ ແຕ່ບ່າວວັນທີ່ 3 ຕຸລາ 2020. ຫຼ້າສຸດ ເວລາ 16:30 ວັນທີ່ 5 ຕຸລາ 2020 ຍັງບໍ່ພົບພໍ່ຕູ້.

ໜ່ວຍກູ້ໄພ ສົມທົບກັບເຈົ້າໜ້າທີ່ ແລະ ພະນັກງານຂອງ ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ຍັງສືບຕໍ່ຊອກຄົ້ນຫາພໍ່ຮູ້ພວງ ດ້ວຍຄວາມຫວັງ ແລະ ຂໍພອນສິ່ງສັກສິດຄຸ້ມຄອງ ແລະ ພົບເຫັນພໍ່ຕູ້ໂດຍໄວ.(ໂດຍມາຮອດເວລາ 16:30 ໂມງ ຂອງວັນທີ 5 ຕຸລາ 2020 ຍັງບໍ່ພົບເຫັນເທື່ອ)

ຕາມຂໍ້ມູນຈາກເພຈສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ(Nam Pien Yorla Pa) ໃຫ້ຮູ້ວ່າ: ວັນເສົາທີ 03/10/2020 ເວລາ 14:00ໂມງ ມີພໍ່ຕູ້ອາຍຸ 95 ປີ ລູກຫຼານພາມາທ່ຽວນໍ້າປຽນຢໍລະປ່າ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ລູກຫຼານຈຳນວນໜຶ່ງໃດ້ໄປຫຼິນກິດຈະກຳແລ້ວໃຫ້ພໍ່ຕູ້ລໍຖ້າຢູ່ເຂດຮ້ານອາຫານກັບຫຼານນ້ອຍອາຍຸ 12 ປີ ແຕ່ຍ້ອນຄົນຫຼາຍ ແລະ ພື້ນທີ່ປ່າກວາງຂວາງຈຶ່ງເຮັດໃຫ້ພໍ່ຕູ້ຫຼົງທາງຍ່າງໄປໃສບໍ່ຮູ້ຊອກບໍ່ເຫັນ ພະນັກງານເຮົາໄດ້ພະຍາຍາມຊ່ວຍຊອກເຕັມທີ່ແລ້ວແຕ່ຮອດປະຈຸບັນຍັງບໍ່ເຫັນເທື່ອ ຖ້າທ່ານໃດພົບເຫັນພໍ່ຕູ້ໃນຮູບຊ່ວຍແຈ້ງລູກຫຼານເພີ່ນຕາມເບີ: 02054700555.

.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ຈາກກໍລະນີ ພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍໄປ ໃນເວລາ 14:00 ວັນທີ່ 3/10/2020 ທີ່ແຫ່ງທ່ອງທ່ຽວ ນໍ້າປ່ຽນຢໍລະປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພໍ່ຕູ້ນຸ່ງຊຸດນີ້

ທາງພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍກວ່າ 200 ຄົນ ໄດ້ອອກຄົ້ນຫາ ພໍ່ຕູ້ຕາມປ່າດົງ. ຈົນຮອດແລງ ວັນທີ່ 4/10/2020 ກໍ່ຍັງບໍ່ພົບ.

ມີຂໍ້ມູນເພີ່ມເຕີມຈາກປະຊາຊົນວ່າ ພໍ່ຕູ້ ມານັ່ງລັດຂຶ້ນລົດແຖວປ່າກ້ວຍ ຂ້າງນໍ້າປຽນຢໍລະປາ.

ວອນທຸກຄົນເປັນກະບອກສຽງຊ່ວຍເຫຼືອ ພ້ອມເປັນຫູເປັນຕາຊ່ວຍກັນ ຫາກພົບເບາະແສ ຫຼື ມີຂໍ້ມູນກ່ຽວຂ້ອງກັບພໍ່ຕູ້ ໃຫ້ແຈ້ງ 2 ເບີນີ້ໂດຍໄວ 020 7774 5678;  020 5470 0555.

ຂ່າວກ່ອນໜ້ານີ້

ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວນ້ຳປ່ຽນຢໍລະປາ ໄດ້ຫລົງຍ່າງໄປທາງໃດບໍ່ຮູ້,​ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມມາເຖີງດຽວນີ້ຍັງບໍ່ພົບເຫັນ

ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ🙏 020 55696948,

.

.

LEAVE A REPLY

Please enter your comment!
Please enter your name here