ເອກອັກຄະລັດຖະທູດສະຫະລັດອາເມລິກາມອບໂຄງການປະຕິສັງຂອນວັດວິຊຸນທີ່ປະສົບຜົນສຳເລັດ

0
1271

ທ່ານເອກອັກຄະລັດຖະທູດ ປອ ປີເຕີ ເຮມ໋ອນ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຜົນສໍາເລັດຂອງການບູລະນະປະຕິສັງຂອນວັດວິຊຸນທີ່ຫຼວງພະບາງ ແລະ ໄດ້ມອບໂຄງການບູລະນະທີ່ສໍາເລັດນີ້ໃຫ້ແກ່ລັດຖະບານແລະປະຊາຊົນຫຼວງພະບາງ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນທີ່ວັດວິຊຸນໃນວັນທີ 6 ຕຸລາ. ສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດແຫ່ງນີ້ແມ່ນໄດ້ຮັບການບູລະນະໂດຍທຶນຂອງ ລັດຖະບານສະຫະລັດອາເມລິກາ ພາຍໃຕ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP) ລວມເປັນມູນຄ່າ 347,000 ໂດລ່າ.

ວັດແຫ່ງນີ້ແມ່ນໄດ້ສ້າງຂຶ້ນໃນສັດຕະວັດທີ່ 16 ໃນຍຸກພະເຈົ້າ ວິຊຸນນະລາດ, ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດຢູ່ໃນຫລວງພະບາງ ແລະ ເປັນຈຸດສູນກາງແຫ່ງການຮຽນຮູ້ທາງດ້ານພຸດທະຊາດສະໜາ ແລະ ເປັນບ່ອນສຳລັບສັກກະລະບູຊາຫລາຍກວ່າ 500 ປີ. ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ AFCP ໄດ້ສົ່ງເສີມບັນດາເຂົ້າຫນ້າວຽກທີ່ໄດ້ແບ່ງເປັນສາມສ່ວນຂອງໂຄງການບູລະນະວັດຊຸນ ເຊິ່ງປະກອບມີສອງຈຸດໃຫຍ່ຂອງຕົວອາຄານວັດລວມທັງພະທາດໝາກໂມ.

ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ນີ້ຖືເປັນກຽດຫຼາຍທີ່ພວກເຮົາໄດ້ສົ່ງເສີມໃນການບູລະນະ ແລະ ປົກປັກຮັກສາໜຶ່ງໃນສະຖານທີ່ອັນສໍາຄັນ ທາງດ້ານປະຫວັດສາດ ໃນທົ່ວ ສປປ ລາວ. ການຮ່ວມມືລະຫວ່າງສະຫະລັດອາເມລິກາ ກັບ ນະຄອນຫຼວງພະບາງ ໃນການບູລະນະວັດວິຊຸນ ຖືເປັນເຄື່ອງໝາຍແຫ່ງສາຍພົວພັນລະຫວ່າງສອງຊາດ ແລະ ຄວາມໝາຍໝັ້ນໃນການຊ່ວຍເຫຼືອປະຊາຊົນລາວ ໃນການປົກປັກຮັກສາຮີດຄອງອັນລໍ້າຄ່າ.

ນັບຕັ້ງແຕ່ ປີ 2001, ລັດຖະບານສະຫະລັດອາເມລິກາ ໄດ້ປະກອບສ່ວນຫຼາຍກວ່າ 1 ລ້ານໂດລາ ເພື່ອເປັນການປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາໃນ ສປປ ລາວ ໂດຍການນຳໃຊ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ. ທຶນດັ່ງກ່າວໄດ້ໃຫ້ການສະໜັບສະໜູນລວມທັງໝົດ 20 ໂຄງການ ເຊິ່ງລວມທັງການປະຕິສັງຂອນວັດວາອາຮາມອັນສັກສິດ, ການປົກປັກຮັກສາມໍລະດົກ ແລະ ວັດຖຸບູຮານພ້ອມທັງການບັນທຶກວັດທະນະທຳຮີດຄອງປະເພນີລວມໄປເຖິງການປົກປັກຮັກສາຫໍສະມຸດ.

ຈົນມາເຖິງປະຈຸບັນການບູລະນະວັດຊຽງທອງ ຢູ່ຫຼວງພະບາງ ຖືເປັນໂຄງການໃຫຍ່ທີ່ສຸດເຊິ່ງໄດ້ດຳເນີນການເປັນເວລາ 3 ປີໂດຍໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ 650,000 ໂດລາ.

ທ່ານເອກອັກຄະລັດຖະທູດ ເຮມ໋ອນ ໄດ້ກ່າວເພີ່ມອິກວ່າ: ໂຄງການນີ້ໄດ້ຊ່ວຍໃຫ້ປະຊາຊົນລາວ ມີສ່ວນຮ່ວມຫຼາຍຂຶ້ນ ທາງດ້ານວັດທະນະທໍາ ແລະ ທາງປະຫວັດສາດ ພ້ອມທັງຊ່ວຍໃຫ້ຄົນທົ່ວໂລກມີຄວາມເພິ່ງພໍໃຈກັບຄວາມງາມ ແລະ ຄວາມເປັນເອກະລັກທາງດ້ານຮີດຄອງປະເພນີ ຂອງ ສປປ ລາວ. ວຽກງານບູລະນະທີ່ພວກເຮົາເຮັດຈະມີສ່ວນຊ່ວຍທີ່ສໍາຄັນເພື່ອຮັບປະກັນວ່າວັດວິຊຸນ ອັນເປັນສະຖານທີ່ສໍາຄັນແຫ່ງນີ້ ຈະຢູ່ຄູ່ວັດທະນະທໍາ ແລະ ຈິດໃຈໃນອີກຫຼາຍປີຕໍ່ໜ້າ.

LEAVE A REPLY

Please enter your comment!
Please enter your name here