ເຜີຍແຜ່ກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດຢູ່ບ້ານແສນອຸດົມ ເມືອງໄຊທານີ

0
914

ປະຊາຊົນພາຍໃນບ້ານແສນອຸດົມ, ກຸ່ມຫ້ວຍຈຽມ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ໄດ້ຮັບຟັງການເຜີຍແຜ່ກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດໃນຕອນເຊົ້າວັນທີ 6 ຕຸລາ 2020 ທີ່ວັດບ້ານດັ່ງກ່າວ ໂດຍແມ່ນພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ໄປເຜີຍແຜ່.

ຈຸດປະສົງຂອງການເຜີຍແຜ່ຄັ້ງນີ້ເພື່ອເຮັດໃຫ້ປະຊາຊົນພາຍໃນບ້ານມີສະຕິເຄົາລົບກົດຫມາຍ, ຮູ້ໄດ້ເຖີງຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ ແລະ ວິທີປ້ອງກັນ, ເຮັດໃຫ້ທຸກຄົນພາຍໃນບ້ານມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນ ແລະ ແກ້ໄຂຢາເສບຕິດ ເພື່ອແນໃສ່ສ້າງບ້ານແສນອຸດົມ ໃຫ້ເປັນບ້ານປອດຢາເສບຕິດໃນຕໍ່ຫນ້າ, ທັງເປັນການປະກອບສ່ວນເຮັດໃຫ້ບັນຫາຢາເສບຕິດໃນສັງຄົມ ກໍຄື ຢູ່ນະຄອນຫລວງວຽງຈັນ ນັບມື້ຫລຸດລົງ.

ເອກະສານທີ່ນໍາໄປເຜີຍແຜ່ຄັ້ງນີ້ລວມມີ: ເອກະສານກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ, ກົດຫມາຍວ່າດ້ວຍຢາເສບຕິດ ແລະບາງມາດຕາຂອງກົດຫມາຍອາຍາ ແລະ ສາລະຄະດີກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ ໂດຍມີ ພັນຕີ ສີຕານ ສີວິໄລ ຫົວຫນ້າຫນ່ວຍງານໂຄສະນາ, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ແລະ ພັນໂທ ສົມບັດ ລັດຈະເລີນ ຮອງພະແນກໂຄສະນາ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫລວດ, ກະຊວງປ້ອງກັນຄວາມສະຫງົບ ຜັດປ່ຽນກັນເຜີຍແຜ່.

ສໍາລັບການເຄື່ອນໄຫວເຜີຍແຜ່ຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດຂອງພະແນກກວດກາ ແລະ ຄວບ ຄຸມຢາເສບຕິດ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຄັ້ງນີ້ ແມ່ນກິດຈະກຳຫນຶ່ງເພື່ອສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບຮອບ 19 ປີ ທີ່ຈະມາເຖີງນີ້. ນອກຈາກເຜີຍແຜ່ຢູ່ເມືອງໄຊທານີ ໃນຄັ້ງນີ້, ພະແນກດັ່ງກ່າວຍັງຈະໄປເຜີຍແຜ່ກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດຢູ່ເມືອງຫາດຊາຍຟອງ ແລະ ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ຕື່ມອີກ.

Cr: ບຸນຕຽງ ຈັນທະວົງ

LEAVE A REPLY

Please enter your comment!
Please enter your name here