ໄຂກອງປະຊຸມໃຫຍ່ຄັ້ງທີ XI ຂອງຜູ້ແທນອົງຄະນະພັກແຂວງຜົ້ງສາລີ

0
1701

ກອງປະຊຸມໃຫຍ່ຄັ້ງທີ XI ຂອງຜູ້ແທນອົງຄະນະພັກແຂວງ ຜົ້ງສາລີ ໄຂຂຶ້ນວັນທີ 5 ຕຸລາ 2020 ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕາງໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຜູ້ແທນສົມບູນ 286 ສະຫາຍ, ຍິງ 39 ສະຫາຍທີ່ເປັນຕົວແທນໃຫ້ສະມາຊິກພັກ ໃນທົ່ວແຂວງ 12.566 ສະຫາຍ, ຍິງ3.741 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງເສດຖະກິດ, ວັດທະນາທຳ-ສັງຄົມ 5 ປີຜ່ານມາ ໃນການຍົກສູງຄວາມສາມາດນໍາພາ ແລະ ເປັນແບບຢ່າງນໍາໜ້າຂອງອົງຄະນະພັກ, ໃນການຂຸດຄົ້ນ ແລະ ເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະ ກຳລັງແຮງສັງລວມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ຕາມແນວທາງປ່ຽນແປງໃໝ່ຂອງພັກ, ເຮັດໃຫ້ສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ, ວັດທະນາທຳ-ສັງຄົມຂອງແຂວງນັບມື້ນັບໜັກແໜ້ນ, ເຂັ້ມແຂງ ແລະ ໄດ້ຮັບການພັດທະນາຕໍ່ເນື່ອງ, ມີຄວາມຍືນຍົງ, ຕາມທິດສີຂຽວກ້າວສູ່ທັນສະໄໝ ແລະ ຍຸຕິທຳ”.

ສະຫາຍ ຄໍາຜອຍ ວັນນະສານ ໄດ້ຍົກໃຫ້ເຫັນຜົນສຳ ເລັດຕະຫຼອດໄລຍະ 5 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກທຸກຂັ້ນບວກກັບຄວາມສາມັກຄີເປັນເອກະພາບ, ຄວາມຕັ້ງໜ້າບຸກບືນ ແລະ ການເຊີດຊູນໍ້າໃຈເປັນເຈົ້າຂອງສະມາ ຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນ, ປະກົດການຫຍໍ້ທໍ້ໃນສັງຄົມຫຼຸດລົງເປັນກ້າວໆ, ເຮັດໃຫ້ເສດຖະກິດຂອງແຂວງ ຜົ້ງສາລີສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດທີ່ກໍານົດໄວ້, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປົວແປງນັບມື້ນັນດີຂຶ້ນ, ມາເຖິງປັດຈຸບັນປະຊາຊົນຫຼາຍທ້ອງຖິ່ນ ໄດ້ດຳເນີນການປູກຝັງ-ລ້ຽງສັດຕາມເງື່ອນໄຂທ່າແຮງບົ່ມຊ້ອນ ແລະ ມູນເຊື້ອຂອງແຕ່ລະຄອບຄົວ, ດ້ວຍການນຳໃຊ້ເຕັກນິກວິຊາການໃໝ່, ໃນການປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນການປູກອ້ອຍເປັນສິນຄ້າ, ປູກຊາບູຮານ(ຊາ400ປີ), ການປູກຜັກປອດສານພິດ, ຕົ້ນໄມ້ອຸດສາຫະກໍາ ແລະ ຕົ້ນໄມ້ໃຫ້ໝາກປະເພດຕ່າງໆ, ດ້ານພື້ນຖານໂຄງລ່າງໄດ້ຮັບການປັບປຸງ ແລະ ສ້າງຂຶ້ນໃໝ່ຫຼາຍດ້ານໃນນີ້, ໄດ້ຍົກຍ້າຍສຳນັກງານປົກ ຄອງແຂວງມາຕັ້ງຢູ່ເມືອງບຸນເໜືອ ເຫັນວ່າການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ຂະຫຍາຍຕົວເປັນກ້າວໆ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ການປະຕິບັດວຽການ 3 ສ້າງຂອງພັກໃນເຂດຈຸດສຸມຂອງແຂວງ, ເມືອງສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 150 ບ້ານ, ມີ12.757 ຄອບຄົວ, ບ້ານປ້ອງກັນຄວາມສະຫງົບດີ 40 ບ້ານ ມີ 4.896 ຄອບຄົວ, ສາມາດຕອບສະຫນອງໄດ້ຕໍ່ໜ້າທີ່ການເມືອງໄລຍະໃໝ່, ດ້ານການພັດທະນາເສດຖະກິດໄດ້ສຸມໃສ ກໍ່ສ້າງພື້ນຖານໂຄງລ່າງ ແລະ ແກ້ໄຂຄວາມທຸກຍາກຂອງແຂວງຢ່າງຕັ້ງໜ້າເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 6,6% ຕໍ່ປີ, ລາຍຮັບສະເລ່ຍຕໍ່ຄົນໃນປີ 2020 ບັນລຸ 988 ໂດລາ ທຽບໃສ່ ປີ 2015 ແມ່ນເພີ່ມຂຶ້ນ 190 ໂດລາ ຊຶ່ງຜ່ານການປະເມີນປະຕິບັດວຽກງານ 3 ສ້າງໃນການເຕົ້າໂຮມບ້ານນ້ອຍໃຫ້ເປັນບ້ານໃຫຍ່ ແລະ ເຕົ້າໂຮມບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາຊຶ່ງຜ່ານການປະເມີນຕາມມາດຕະຖານຂອງດຳລັດ 309/ນຍ ເຫັນວ່າຍັງມີບ້ານທຸກຍາກ 329 ບ້ານກວມ 63,03%, ມີຄອບຄົວທຸກຍາກ 9.870 ຄອບຄົວກວມເອົາ 27,02%.

Cr: ຈາກນັກຂ່າວແຂວງຜົ້ງສາລີ

LEAVE A REPLY

Please enter your comment!
Please enter your name here