ແຂວງບໍ່ແກ້ວ ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VI

0
1411

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 05 ຕຸລາ 2020 ທີ່ຫໍປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານ ແລະ ກ່າວໄຂກອງປະຊຸມຂອງ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້ງແຂວງແຂວງບໍ່ແກ້ວ ມີຜູ້ແທນສົມບູນ 223 ສະຫາຍ, ຍິງ 26 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ ຈຳນວນ 9.191 ສະຫາຍ ແລະ ບັນດາສະຫາຍການນຳສູນກາງ, ພະນັກງານອາວຸໂສບໍານານເຂົ້າຮ່ວມ. ກອງປະຊຸມໄດ້ເປັນກຽດຕ້ອນຮັບ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານກວດກາສູນກາງພັກ.

ສະຫາຍ ປອ ບົວຄົງ ນາມມະວົງ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງອົງຄະນະພັກແຂວງບໍ່ແກ້ວ ໄດ້ຕີລາຄາຜົນການຊີ້ນຳນຳພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ V ( 2016 – 2020 ) ແລະ ທິດທາງແຜນການ 5 ປີ ( 2021 – 2025 ) ໄດ້ຍົກໃຫ້ເຫັນຜົນສຳເລັດໃນແຕ່ລະຂົງເຂດວຽກງານເຊັ່ນ: ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນຳ – ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຕາມທິດ 3 ສ້າງ, ການບູລະນະລັດ ປະຊາທິປະໄຕປະຊາຊົນ ແລະ ສ້າງສະຕິເຄົາລົບກົດໝາຍ, ວຽກງານແນວໂຮມ ແລະ ມະຫາຊົນ, ວຽກງານປັບປຸງ, ກໍ່ສ້າງພັກ ແລະ ພະນັກງານ, ວຽກງານການຕ່າງປະເທດ, ທີ່ພົ້ນເດັ່ນຕະຫຼອດໄລຍະ 5 ປີ ຜ່ານມາ.

ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງໜັ້ກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດສັງຄົມໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7,4%ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ GDP ບັນລຸໄດ້ 3.181 ກວ່າຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 1,900 ໂດລາຕໍ່ຄົນຕໍ່ປີ.

ກອງປະຊຸມຍັງຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານພັກແຂວງບໍ່ແກ້ວຊຸດໃໝ່ ແລະ ຈະໄດ້ດຳເນີນໄປເປັນເວລາ 2 ວັນເຕັມຈຶ່ງສຳເລັດ.

LEAVE A REPLY

Please enter your comment!
Please enter your name here