ການນຳ ພັກ – ລັດ ແຂວງບໍ່ແກ້ວ ຊັກກາລະບູຊາຫໍຫຼັກເມືອງ, ວາງພວງມະລາ ຢູ່ສຸສານນັກປະຕິວັດຄ້າຍປາໄລ ແລະ ວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ

0
1960

ຕອນເຊົ້າຂອງວັນທີ 04 ຕຸລາ 2020 ນີ້ ການນຳ ພັກ – ລັດ ແຂວງບໍ່ແກ້ວ ຊັກກາລະບູຊາຫໍຫຼັກເມືອງ, ວາງພວງມະລາ ຢູ່ສຸສານນັກປະຕິວັດຄາຍປາໄລ ແລະ ວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດຈະເປີດກອງກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VI

ໃນລະຫວ່າງວັນທີ 5-6 ຕຸລາ2020ນີ້ ນຳໂດຍ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳ ຮອງສູນກາງພັກເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ໄດ້ພ້ອມກັນຊັກກະລະບູຊາ, ມາໄຫວອາໄລ ແລະ ລະນຶກເຖີງຄຸນງາມຄວາມດີ ອາໄລຮັກຕໍ່ຄຸນງາມຄວາມດີ ຕໍ່ປະທານໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ແລະ ລະນຶກເຖີງຄຸນງາມຄວາມດີຂອງບັນດາສະຫາຍນັກຮົບປະຕິວັດ ທີ່ໄດ້ອຸທິດຕົນເຂົ້າໃນການປະຕິວັດຊາດ ຍາດເອົາເອກະລາດອຳນາດອະທິປະໄຕ ແລະ ຝືນແຜນດີນອັນຄົບຖ້ວນມາສູ່ປວງຊົນລາວທັງຊາດ

ນຳພາປະເທດຊາດກ້າວຂື້ນສູ່ສັງກາດໃຫມ່ ແຫ່ງການພັດທະນາທີມີຄວາມຮຸງເຮືອງສີວິໄລ ແລະ ຍຸຕິທຳ, ປະທານໄກສອນ ພົມວິຫານ ແລະ ບັນດາສະຫາຍນັກຮົບປະຕິວັດ ໄດ້ສ້າງວິລະກຳອັນລ້ຳເລີດ ທີມີຊື່ສຽງຮຽງນາມ ແລະ ຄຸນງາມຄວາມດີ ຂອງບັນດາສະຫາຍ ຍືນຍົງໃນພາລະກິດຂອງການປະຕິວັດຂອງພວກເຮົາຕະຫຼອດໄປ.

Cr: ຄຳພັນ ແກ້ວມະນີ

LEAVE A REPLY

Please enter your comment!
Please enter your name here