ກອງບັນຊາການທະຫານແຂວງວຽງຈັນມອບລົດກະບະໃຫ້ກອງບັນຊາການທະຫານເມືອງກາສີ

0
1271

ໃນວັນທີ 30 ກັນຍາ 2020 ນີ້, ກອງບັນຊາການທະຫານ ແຂວງວຽງຈັນ ໄດ້ຈັດພິທີມອບລົດກະບະໃຫ້ແກ່ກອງບັນຊາການທະຫານເມືອງກາສີ, ໂດຍການເປັນປະທານ ແລະ ກ່າວມອບຂອງ ສະຫາຍ ພັນເອກຄຳເຄນ ອຸດຕະມາ ຮອງເລຂາ ຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ວຽງຈັນ, ມີຄະນະພັກ-ຄະນະ ບັນຊາອົງການ 5 ຫ້ອງ, ພາກສ່ວນກ່ຽວຂ້ອງ ແລະ ຄະນະ ພັກ-ຄະນະບັນຊາກອງບັນຊາການທະຫານເມືອງກາສີ ເຂົ້າ ຮ່ວມ.

ໃນພິທີ ສະຫາຍ ພັນໂທ ສົມພູ ແສງມະໂນທຳ ຫົວໜ້າພະແນກແຜນການຫ້ອງເຕັກນິກ ໄດ້ຂຶ້ນ ຜ່ານຂໍ້ຕົກລົງຂອງຄະນະພັກ ກອງບັນຊາ ການທະຫານແຂວງ ວຽງຈັນ ວ່າດ້ວຍການມອບພາຫະນະລົດຮັບໃຊ້ວຽກງານລວມ ໃຫ້ແກ່ກອງບັນຊາການທະຫານ ເມືອງກາສີ ໂດຍອີງຕາມລະບຽບ ຫຼັກການປະກອບລົດຮັບໃຊ້ໃນ ກອງທັບ ໃຫ້ກຳລັງປະກອບອາ ວຸດນັບທັງກຳລັງຫຼວງ ແລະ ກຳ ລັງທ້ອງຖິ່ນຂອງກະຊວງປ້ອງ ກັນປະເທດ ວາງອອກ ແລະ ອີງ ຕາມການຄົ້ນຄ້ວາເຫັນດີເປັນ ເອກະພາບຂອງຄະນະພັກ-ຄະນະບັນຊາກອງບັນຊາການທະຫານ ແຂວງວຽງຈັນ ຕົກລົງມອບລົດ ກະບະສີຂາວ ຈຳນວນ 1 ຄັນ, ມູນຄ່າ 210 ລ້ານກີບ ໃຫ້ ແກ່ກອງບັນຊາການທະຫານ ເມືອງກາສີ, ເປັນກຽດຂຶ້ນມອບ ໂດຍ ສະຫາຍ ພັນເອກ ຄໍາເຄນ ອຸດຕະມາ, ກ່າວຮັບໂດຍ ສະຫາຍ ພັນໂທ ບຸນຮັກ ທຳມະວົງ ຫົວໜ້າການທະຫານກອງບັນຊາການທະຫານເມືອງກາສີ.

ໂອກາດດັ່ງກ່າວສະຫາຍ ພັນ ເອກ ຄຳເຄນ ອຸດຕະມາ ກໍໄດ້ໂອ້ ລົມ ພ້ອມທັງເນັ້ນໜັກໃຫ້ຄະ ນະພັກ-ຄະນະບັນຊາ ແລະ ນັກ ຂັບຂີ່ ຈົ່ງເອົາໃຈໃສ່ ຄຸ້ມຄອງ, ບົວລະບັດປົກປັກຮັກສາ ໃຫ້ນຳໃຊ້ ໄດ້ຍາວນານ ແລະ ນຳໃຊ້ເຂົ້າໃນ ໜ້າທີ່ວຽກງານລວມໃຫ້ຖືກເປົ້າ ໝາຍ, ກຳແໜ້ນສະພາບເຕັກນິກ ຂອງລົດໃຫ້ແໜ້ນ, ມີສະຕິຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຂອງ ນັກຂັບຂີ່ວິຊາສະເພາະ, ປະຕິບັດກົດລະບຽບຂອງນັກຂັບຂີ່ ແລະ ກົດລະບຽບຈະລາຈອນໃຫ້ຖືກຕ້ອງ, ກວດກາພາຫະນະເຕັກນິກ ທຸກຄັ້ງກ່ອນນຳໃຊ້, ເພື່ອຄວາມ ປອດໄພ.

ໂດຍ: ຈັນທະຈອນ ສີສະເກດ

LEAVE A REPLY

Please enter your comment!
Please enter your name here