ປະກາດແຕ່ງຕັ້ງ ທ່ານ ໄພທູນ ສີພູມມາ ເປັນປະທານອົງການກວດສອບປະຈຳພາກໃຕ້ ຢ່າງເປັນທາງການ.

0
1811

ພິທີປະກາດການຈັດຕັ້ງອົງການກວດສອບປະຈຳພາກໃຕ້ ໄດ້ຈັດຂື້ນໃນຕອນບ່າຍມື້ນີ້ວັນທີ 2 ຕຸລາ 2020.

ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ວຽງທອງ ສີພັນດອນ ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ,ທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ມີຄະນະປະຈໍາພັກແຂວງ ພະນັກງານການນໍາ,ພະນັກງານວິຊາການ ແລະ ແຂກເຊີນເຂົ້າຮ່ວມ.

ໃນພິທີໄດ້ຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການແຕ່ງຕັ້ງປະທານອົງການກວດສອບປະຈໍາພາກໃຕ້ ສະບັບລກທີ 123/ ຄຈປ ລົງວັນທີ 25 ກັນຍາ 2020 ຊຶ່ງໄດ້ແຕ່ງຕັ້ງ: ທ່ານ ໄພທູນ ສີພູມມາ ຮອງປະທານອົງການກວດສອບປະຈໍາພາກໃຕ້ ເປັນ ປະທານອົງການກວດສອບປະຈຳພາກໃຕ້.

ເກດສະໜາ ແກ້ວສຸວັນນະແສງ

LEAVE A REPLY

Please enter your comment!
Please enter your name here