ປີນີ້ ບໍ່ມີການປະກວດເຮືອໄຟງາມ ໃນງານບຸນອອກພັນສາ ປະວໍລະນາ ທີ່ນະຄອນຫລວງວຽງຈັນ

0
1211

ໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ ຄສ 2020 ທີ່ທ່າວັດຈັນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ເຊີ່ງຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 1-3 ຕຸລາ 2020 ຈະບໍ່ມີການປະກວດເຮືອໄຟງາມຄືທຸກປີຜ່ານມາ, ສ່ວນເຮືອທີ່ຈະເຂົ້າຮ່ວມແຂ່ງຂັນມີແຕ່ເຮືອກິລາຈຳນວນ 12 ລໍາ ເທົ່ານັ້ນ.

ທ່ານ ບຸນໜາ ຜາທຸມມະວົງ, ເຈົ້າເມືອງຈັນທະບູລີ, ໃຫ້ສໍາພາດວ່າ: ເພື່ອສືບຈັດຕັ້ງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ລັດຖະບານວາງອອກ. ການຈັດງານບຸນອອກພັນສາ ປະວໍລະນາ ທີ່ທ່າວັດຈັນ ປີນີ້ ແຕກຕ່າງຈາກທຸກປີຜ່ານມາ ເພາະປີນີ້ເນັ້ນຈັດເພື່ອຮັກສາຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຕາມທີ່ເຄີຍປະຕິບັດສືບທອດກັນມາເທົ່ານັ້ນ ເຮັດໃຫ້ກິດຈະກໍາພາຍ ໃນງານແມ່ນໜ້ອຍກ່ວາທຸກປີຜ່ານມາ ເພາະໄດ້ຕັດຫລາຍກິດຈະກໍາອອກ ເປັນຕົ້ນ: ຈະບໍ່ມີການປະກວດເຮືອໄຟງາມ ເພາະຈະມີເຮືອໄຟພຽງລໍາດຽວທີ່ຄະນະກໍາມະການຈັດງານສ້າງຂຶ້ນເທົ່ານັ້ນ. ສໍາລັບເຮືອທີ່ຈະເຂົ້າຮ່ວມແຂ່ງ ຂັນໃນມື້ສຸດທ້າຍ ຄື ວັນທີ 3 ຕຸລາ ຈະມີແຕ່ເຮືອກິລາ ຈຳນວນ 12 ລໍາເທົ່ານັ້ນ. ສ່ວນບັນດາຫ້າງຮ້ານທີ່ເຂົ້າຮ່ວມວາງສະແດງສິນຄ້າ ແລະ ຜະລິດຕະພັນຕ່າງຯ ລວມເຖີງອີກຫລາຍກິດຈະກໍາ ແມ່ນໜ້ອຍກ່ວາທຸກປີຜ່ານມາເຊັ່ນດຽວກັນ.

ເຈົ້າເມືອງຈັນທະບູລີ ໃຫ້ຮູ້ຕື່ມວ່າ: ໃນງານຄັ້ງນີ້ ໄດ້ກະ ກຽມແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໄວ້ພຽງພໍແລ້ວ ພ້ອມນີ້ ໄດ້ແນະນໍາໃຫ້ບັນດາຫ້າງຮ້າງພາຍໃນງານກະກຽມນໍ້າຢາ ຫລື ເຈວລ້າງມືປະຈຳທຸກຮ້ານ.

ຢ່າງໃດກໍຕາມ ທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ຈະເດີນທາງເຂົ້າມາທ່ອງທ່ຽວໃນໂອ ກາດບຸນອອກພັນສາທີ່ທ່າວັດຈັນ, ນະຄອນຫລວງວຽງ ຈັນ ປີນີ້ ຈົ່ງມີສະຕິ ແລະ ນໍາຜ້າອັດປາກ-ດັງມາພ້ອມ ແລະ ຫລີກຫລ່ຽງການເຂົ້າໄປບ່ອນທີ່ມີຄົນແອອັດເກີນໄປ ເພື່ອປ້ອງກັນພະຍາດໂຄວິດ-19 ແລະ ຄວາມປອດໄພດ້ານຊີ ວິດ ແລະ ຊັບສິນຂອງຕົນເອງ ຕື່ມອີກ.

ໂດຍ: ບຸນຕຽງ ຈັນທະວົງ

LEAVE A REPLY

Please enter your comment!
Please enter your name here