ປກສ ແຂວງສະຫວັນນະເຂດ ເລື່ອນຊັ້ນໃຫ້ນາຍຕຳຫຼວດ

0
1975

ໃນວັນທີ 29 ກັນຍາ ຜ່ານມາ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນຕີ ຂຶ້ນພັນໂທ ໃຫ້ນາຍຕຳ ຫຼວດ ແລະ ປະກາດການສັບຊ້ອນນາຍຕຳຫຼວດ ທີ່ສຳເລັດການສຶກສາ ຈາກວິທະຍາຄານສັນຕິບານປະຊາຊົນ,ໃຫ້ກຽດປະດັບຊັ້ນ ໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ ອ້ອມຂ້າງກອງບັນຊາການ ປກສ, ພ້ອມດ້ວຍ ນາຍຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ ແລະ ສັບຊ້ອນ ເຂົ້າຮ່ວມ.

ໃນພິທີ, ພັທ ດາວວອນ ຄົມທິລາດ ຮອງຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກ ທີ1726/ປກສ, ລົງວັນທີ 1ກັນຍາ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກອງບັນຊາການ ປກສ ແຂວງສະຫວັນນະເຂດ.ມີດັ່ງ ນີ້, ເລື່ອນຊັ້ນ ພັນຕີ ຂຶ້ນພັນໂທ ໃຫ້ບັນດາສະຫາຍທີ່ມີຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ຈຳນວນ18 ສະຫາຍ, ຍິງ 2 ສະຫາຍ. ພ້ອມກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສະບັບເລກທີ 214/ປກສ.ສຂ, ລົງວັນທີ 28 ກັນຍາ2020 ວ່າດ້ວຍການສັບຊ້ອນນາຍຕຳຫຼວດ ທີ່ສຳເລັດການສຶກສາ ຈາກວິທະຍາຄານສັນຕິ ບານປະຊາຊົນ ຂອງກຳລັງປ້ອງກັນຄວາມສະຫງົບ.

ໂອກາດດັ່ງກ່າວ, ພັອ ສົມໝາຍ ພົມມະຈັນ ໄດ້ເນັ້ນໃຫ້ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນ ແລະ ສັບຊ້ອນໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມເປັນແບບຢ່າງ, ປັບປຸງຍົກລະດັບຄວາມຮູ້-ຄວາມສາມາດໃຫ້ສົມຄູ່ກັບຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເດັດດ່ຽວຕັດສິນໃຈແກ້ໄຂບັນຫາຄົງຄ້າງຕ່າງໆ ພ້ອມທັງອຸທິດຄວາມຮູ້, ສະຕິປັນຍາ ແລະ ຄວາມສາມາດຮັບໃຊ້ປະເທດຊາດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດເປັນຢ່າງດີ.

LEAVE A REPLY

Please enter your comment!
Please enter your name here